ຂ່າວສານ ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 03/04/2026 ຕອນເຊົ້າວັນທີ 03 ເມສາ, ຢູ່ສຳນັກງານກອງບັນຊາການທະຫານເຂດ 5, ນະຄອນ ດ່າໜັງ ໄດ້ດຳເນີນກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ພົນໂທ ຫງວຽນເຈື່ອງຖັງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ເສນາທິການໃຫຍ່ກອງທັບປະຊາຊົນລາວ, ເປັນປະທານຮ່ວມ. ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 (ພາບ: qdnd.vn) ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມໃນບັນດາຂົງເຂດ, ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສືບຕໍ່ຮັກສາປະສິດທິຜົນຂອງກົນໄກປຶກສາຫາລື, ສົນທະນາ, ໂດຍສະເພາະແມ່ນສົນທະນານະໂຍບາຍປ້ອງກັນຊາດເພື່ອແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ວາງອອກກຳນົດທິດທາງການຮ່ວມມືຈຸດສຸມລະຫວ່າງສອງກະຊວງປ້ອງກັນປະເທດຢ່າງທັນການ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກ, ຮູບແບບຮ່ວມມືຄື: ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນແມ່ຍິງກອງທັບ, ການແຮກສ່ຽວທະຫານ - ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ເຫຼົ່າທັບ ແລະ ກຳລັງປົກປັກຮັກສາຊາຍແດນສອງປະເທດ. ສອງຝ່າຍກໍຕົກລົງເປັນເອກະພາບຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍຄືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີຄວາມເລິກເຊິ່ງຂຶ້ນຕື່ມ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ນັບມື້ນັບມີການຜັນແປຍາກທີ່ຄາດຄະເນລ່ວງໜ້າໄດ້. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 03 ເມສາ, ຢູ່ສຳນັກງານກອງບັນຊາການທະຫານເຂດ 5, ນະຄອນ ດ່າໜັງ ໄດ້ດຳເນີນກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ພົນໂທ ຫງວຽນເຈື່ອງຖັງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ເສນາທິການໃຫຍ່ກອງທັບປະຊາຊົນລາວ, ເປັນປະທານຮ່ວມ. ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 (ພາບ: qdnd.vn) ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມໃນບັນດາຂົງເຂດ, ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສືບຕໍ່ຮັກສາປະສິດທິຜົນຂອງກົນໄກປຶກສາຫາລື, ສົນທະນາ, ໂດຍສະເພາະແມ່ນສົນທະນານະໂຍບາຍປ້ອງກັນຊາດເພື່ອແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ວາງອອກກຳນົດທິດທາງການຮ່ວມມືຈຸດສຸມລະຫວ່າງສອງກະຊວງປ້ອງກັນປະເທດຢ່າງທັນການ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກ, ຮູບແບບຮ່ວມມືຄື: ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນແມ່ຍິງກອງທັບ, ການແຮກສ່ຽວທະຫານ - ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ເຫຼົ່າທັບ ແລະ ກຳລັງປົກປັກຮັກສາຊາຍແດນສອງປະເທດ. ສອງຝ່າຍກໍຕົກລົງເປັນເອກະພາບຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍຄືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີຄວາມເລິກເຊິ່ງຂຶ້ນຕື່ມ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ນັບມື້ນັບມີການຜັນແປຍາກທີ່ຄາດຄະເນລ່ວງໜ້າໄດ້.
ບັນດາບົດຕໍ່ໄປ ສະຖານທູດ ຫວຽດນາມ ປະຈຳໄທອວຍພອນບຸນປີໃໝ່ຂອງ ລາວ03/04/2026ຂ່າວສານສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມືຍຸດທະສາດໃນໄລຍະໃໝ່, ໃນນັ້ນມີບັນດາໂຄງການຄົມມະນາຄົມຂ້າມຊາດ ເຊິ່ງສອງຝ່າຍພວມຜັນຂະຫຍາຍປະຕິບັດ. ກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດຊຸດທີ XVI ຈະມີຫຼາຍເນື້ອໃນວຽກງານທີ່ສຳຄັນ03/04/2026ຂ່າວສານTravel + Leisure: ໂຮ້ຍອານນຳໜ້າບັນຊີລາຍຊື່ “Hidden gem cities” ມີຄວາມດຶງດູດໃຈທີ່ສຸດໃນໂລກ03/04/2026ຂ່າວສານທ່ານ Min Aung Hlaing ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ມຽນມາ03/04/2026ຂ່າວສານອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ03/04/2026ຂ່າວສານອີຣານ ປະຕິເສດຂ່າວຂໍຢຸດຍິງ, ບຸກໂຈມຕີໃສ່ ອິດສະຣາແອັນ ແລະ ບັນດາປະເທດເຂດອ່າວຢ່າງດຸເດືອດ03/04/2026ຂ່າວສານວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ຮັບການກະກຽມຢ່າງລະອຽດລະອໍ03/04/2026ຂ່າວສານ ອ່ານເພີ່ມ