ຂ່າວສານ ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 03/04/2026 ຕອນເຊົ້າວັນທີ 03 ເມສາ, ຢູ່ສຳນັກງານກອງບັນຊາການທະຫານເຂດ 5, ນະຄອນ ດ່າໜັງ ໄດ້ດຳເນີນກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ພົນໂທ ຫງວຽນເຈື່ອງຖັງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ເສນາທິການໃຫຍ່ກອງທັບປະຊາຊົນລາວ, ເປັນປະທານຮ່ວມ. ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 (ພາບ: qdnd.vn) ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມໃນບັນດາຂົງເຂດ, ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສືບຕໍ່ຮັກສາປະສິດທິຜົນຂອງກົນໄກປຶກສາຫາລື, ສົນທະນາ, ໂດຍສະເພາະແມ່ນສົນທະນານະໂຍບາຍປ້ອງກັນຊາດເພື່ອແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ວາງອອກກຳນົດທິດທາງການຮ່ວມມືຈຸດສຸມລະຫວ່າງສອງກະຊວງປ້ອງກັນປະເທດຢ່າງທັນການ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກ, ຮູບແບບຮ່ວມມືຄື: ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນແມ່ຍິງກອງທັບ, ການແຮກສ່ຽວທະຫານ - ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ເຫຼົ່າທັບ ແລະ ກຳລັງປົກປັກຮັກສາຊາຍແດນສອງປະເທດ. ສອງຝ່າຍກໍຕົກລົງເປັນເອກະພາບຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍຄືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີຄວາມເລິກເຊິ່ງຂຶ້ນຕື່ມ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ນັບມື້ນັບມີການຜັນແປຍາກທີ່ຄາດຄະເນລ່ວງໜ້າໄດ້.

ຕອນເຊົ້າວັນທີ 03 ເມສາ, ຢູ່ສຳນັກງານກອງບັນຊາການທະຫານເຂດ 5, ນະຄອນ ດ່າໜັງ ໄດ້ດຳເນີນກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ພົນໂທ ຫງວຽນເຈື່ອງຖັງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ເສນາທິການໃຫຍ່ກອງທັບປະຊາຊົນລາວ, ເປັນປະທານຮ່ວມ. ກອງປະຊຸມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 6 (ພາບ: qdnd.vn) ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມໃນບັນດາຂົງເຂດ, ລວມມີ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສືບຕໍ່ຮັກສາປະສິດທິຜົນຂອງກົນໄກປຶກສາຫາລື, ສົນທະນາ, ໂດຍສະເພາະແມ່ນສົນທະນານະໂຍບາຍປ້ອງກັນຊາດເພື່ອແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ວາງອອກກຳນົດທິດທາງການຮ່ວມມືຈຸດສຸມລະຫວ່າງສອງກະຊວງປ້ອງກັນປະເທດຢ່າງທັນການ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກ, ຮູບແບບຮ່ວມມືຄື: ການພົບປະແລກປ່ຽນນາຍທະຫານໜຸ່ມ, ການພົບປະແລກປ່ຽນແມ່ຍິງກອງທັບ, ການແຮກສ່ຽວທະຫານ - ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ເຫຼົ່າທັບ ແລະ ກຳລັງປົກປັກຮັກສາຊາຍແດນສອງປະເທດ. ສອງຝ່າຍກໍຕົກລົງເປັນເອກະພາບຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍຄືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີຄວາມເລິກເຊິ່ງຂຶ້ນຕື່ມ ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ນັບມື້ນັບມີການຜັນແປຍາກທີ່ຄາດຄະເນລ່ວງໜ້າໄດ້.