
ທ່ານນາງ ຕ່ອງທິຟ໋ອງ ແລະ ທ່ານ Nay Pena (ພາບ: TTXVN)
ທີ່ການພົບປະເຈລະຈາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ພິເສດແມ່ນຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ການປັບປຸງ ແລະ ເພີ່ມທະວີການພົວພັນກັບ ກຳປູເຈຍ, ແມ່ນການພົວພັນ “ຄວາມເປັນຕາຍສຳລັບພາລະກິດແຫ່ງການພັດທະນາຂອງ 2 ຊາດ”. ທ່ານນາງຮອງປະທານສະພາແຫ່ງຊາດສະເໜີ 2 ຝ່າຍຮັກສາການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ; ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບຢ່າງບໍ່ຢຸດຢັ້ງ, ພ້ອມທັງ ສົມທົບກັນຕໍ່ສູ້ປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ແບ່ງແຍກການພົວພັນລະຫວ່າງປະຊາຊົນ 2 ປະເທດ; ສືບຕໍ່ເຈລະຈາ ເພື່ອເຊັນສັນຍາການຄ້າຊາຍແດນ ຫວຽດນາມ - ກຳ ປູເຈຍ ໂດຍໄວ ເພື່ອແທນໃຫ້ສັນຍາຊື້ຂາຍ, ແລກປ່ຽນສິນ ຄ້າ ແລະ ການບໍລິການການຄ້າຢູ່ເຂດຊາຍແດນ ຫວຽດນາມ - ກຳ ປູເຈຍ ເຊິ່ງໄດ້ລົງນາມໃນປີ 2011. ກ່ຽວກັບເລື່ອງຊາຍແດນປັກຫຼັກໝາຍ, ທ່ານນາງຮອງປະທານສະພາແຫ່ງຊາດ ກໍ່ສະເໜີ 2 ຝ່າຍສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ຫັນຄວາມຕັດສິນໃຈສຳເລັດເລື່ອງສ້າງບັນດາຫຼັກໝາຍບອກທິດ, ປັກຫຼັກໝາຍເພີ່ມເຕີ່ມໃນປີນີ້ ໃຫ້ປະກົດຜົນເປັນຈິງໂດຍໄວ.
2 ຝ່າຍກໍ່ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເລື່ອງເປີດກ້ວາງ, ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ, ກໍ່ຄືການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ທີ່ບັນດາເວທີປຶກສາຫາລືລະຫວ່າງລັດຖະສະພາພາກພື້ນ ແລະ ສາກົນ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານຮອງປະທານທີ 1
ສະພາສູງລາຊະອານາຈັກ ກຳປູເຈຍ Nay Pena
(ແຫຼ່ງຄັດຈາກ VOV)