• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ

ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງກວາງບິ່ງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ໄຂກອງປະຊຸມສຳມະນາ ແລະ ແລກປ່ຽນວຽກງານຄັ້ງທີ 11 ໂດຍການເຂົ້າຮ່ວມ ຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈີນແທງເມີ້ນ ແລະ ທ່ານນາງເລຂາທິການ ສະພາແຫ່ງຊາດລາວ ປີງຄຳ ລາຊະສິມມາ
 
ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາເນື້ອໃນຂອງສັນຍາຮ່ວມມືລະຫວ່າງສອງອົງການ, ແມ່ນການເຄື່ອ່ນໄຫວທີ່ເປັນມູນເຊື້ອທີ່ຈັດຂຶ້ນແບບຜັດປ່ຽນກັນໃນທຸກໆ 2 ປີ. ເນື້ອໃນຂອງກອງປະຊຸມໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບວິຊາຊີບຂອງສອງຄະນະເລຂາ, ພິເສດແມ່ນວຽກງານປ່ຽນແປງໃໝ່ວຽກງານຮັບໃຊ້ກອງປະຊຸມສະພາແຫ່ງຊາດ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຍົກສູງຄຸນນະພາບວຽກງານເລຂາສັງລວມ, ວຽກງານຖະແຫຼງຂ່າວ ແລະ ໂຄສະນາ, ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮັບໃຊ້ກອງປະຊຸມ ແລະ ມຸ່ງໄປສູ່ກອງປະຊຸມໂດຍບໍ່ນຳໃຊ້ເອກະສານເຈ້ຍ, ວຽກງານສົມທົບລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ຫ້ອງວ່າການຄະນະສະມາຊິກສະພາແຫ່ງຊາດຂອງສອງປະເທດ.
ກ່ອນໜ້ານັ້ນ ຄືວັນທີ 19 ສິງຫາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈີນແທງເມີ້ນ ໄດ້ໃຫ້ການຕ້ອນຮັບ ທ່ານນາງເລຂາທິການ ສະພາແຫ່ງຊາດລາວ ປີງຄຳ ລາຊະສິມມາ ຢ່າງສະໜິດສະໜົມ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top