• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ອົງການກຳມະບານ ຫວຽດນາມ - ລາວ

ທ່ານນາງປະທານສູນກາງສະຫະພັນກຳມະບານ ລາວ ອາລີ ວົງໜໍ່ບຸນທຳ ສະເໜີໃຫ້ 2 ຝ່າຍສືບຕໍ່ມີການຢ້ຽມຢາມແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງອົງການກຳມະບານຂອງ 2 ປະເທດ
  ທີ່ກອງປະຊຸມສະຫຼຸບຂໍ້ຕົກລົງຮ່ວມມື (ພາບ: TTXVN)  

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສູນກາງສະຫະພັນກຳມະບານ ລາວ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງຮ່ວມມືໄລຍະ 2018 – 2023. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສູນກາງສະຫະພັນກຳມະບານ ລາວ ອາລີ ວົງໜໍ່ບຸນທຳ ສະເໜີໃຫ້ 2 ຝ່າຍສືບຕໍ່ມີການຢ້ຽມຢາມແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງອົງການກຳມະບານຂອງ 2 ປະເທດ; ເພີ່ມທະວີວຽກງານຖະແຫຼງຂ່າວ, ສື່ສານ ເພື່ອໃຫ້ພະນັກງານກຳມະບານໜຸ່ມຂອງ 2 ປະເທດ ມີຄວາມເຂົ້າໃຈ, ປົກປັກຮັກສາ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດ, 2 ອົງການກຳມະບານ; ສືບຕໍ່ລົງນາມໃນບົດບັນທຶກການຮ່ວມມືລະຫວ່າງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສູນກາງສະຫະພັນກຳມະບານ ລາວ ໄລຍະ 2023 – 2028.

ສ່ານທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ເນັ້ນໜັກວ່າ: 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງພະນັກງານກຳມະບານ, ພ້ອມທັງສ້າງຍຸດທະສາດສັງລວມກ່ຽວກັບການບຳລຸງສ້າງພະນັກງານກຳມະບານ ລາວ ໂດຍອີງໃສ່ຄວາມສາມາດ, ສະພາບຕົວຈິງຂອງກຳມະບານ ຫວຽດນາມ ແລະ ຄວາມຕ້ອງການຈາກຝ່າຍສູນກາງສະຫະພັນກຳມະບານ ລາວ; ສ້າງເງື່ອນໄຂຊຸກຍູ້ກຳມະບານທຸກຂັ້ນຂອງ 2 ປະເທດ ເພີ່ມທະວີການພົວພັນ, ສົມທົບກັນເຄື່ອນໄຫວ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top