• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ໜ້າ​ທີ່​ຈຸດ​ສຸມ​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2026

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2026.
(ພາບປະກອບ: congly.vn)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍລົງນາມໃນຈົດໝາຍລັດຖະການ ສະບັບເລກທີ 06 ອອກວັນທີ 24 ມັງກອນ 2026 ກ່ຽວກັບການຍູ້ແຮງບາງໜ້າທີ່, ມາດຕະການຈຸດສຸມ ແນໃສ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດປີ 2026, ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ປີທໍາອິດຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2026 – 2030), ເລີ່ມຕົ້ນສັງກາດພັດທະນາໃໝ່ຂອງປະເທດຊາດ.

ຕາມນັ້ນແລ້ວ, ຈົດໝາຍລັດຖະການສະບັບດັ່ງກ່າວຊີ້ແຈ້ງວ່າ ກະຊວງການເງິນເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຮີບເຮັ່ງສ້າງໂຄງການດຳເນີນງານຂອງລັດຖະບານ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ເພີ່ມຂຶ້ນຢ່າງໜ້ອຍສຸດ 10% ເມື່ອທຽບໃສ່ປີ 2025. ພ້ອມທັງປະຕິບັດບັນດາມາດຕະການພັດທະນາຕະຫຼາດຫຼັກຊັບ, ຕະຫຼາດຫຸ້ນວິສາຫະກິດມີສະຖຽນລະພາບ, ປອດໄພຢ່າງຂ້ຽວຂາດ, ກາຍເປັນຊ່ອງທາງລະດົມແຫຼ່ງທຶນໄລຍະກາງ ແລະ ໄລຍະຍາວຢ່າງມີປະສິດທິຜົນ ຮັບໃຊ້ການເຕີບໂຕສອງຕົວເລກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top