• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ (ພາບ: Văn Điệp/TTXVN): Văn Điệp/TTXVN

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925-21/06/2025) ແລະ ໃນຂອບເຂດປີມິດຕະພາບ ຫວຽດນາມ-ກູບາ, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (02/12/1960 - 02/12/2025), ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ ຮ່າໂນ້ຍ, ສະຖານທູດປະເທດ ສ.ກູບາ ປະຈຳ ຫວຽດນາມ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ໄດ້ຈັດການພົບປະບັນດາພະນັກງານ, ນັກຂ່າວຂອງ ຫວຽດນາມ ເຄີຍຮ່ຳຮຽນ, ເຮັດວຽກຢູ່ ກູບາ.

ທ່ານ ເລກວັກມິນ, ປະທານ ສະມາຄົມນັກຂ່າວ ຫວຽດນາມ (ພາບ: Văn Điệp/TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານ ເລກວັກມິນ, ປະທານ ສະມາຄົມນັກຂ່າວ ຫວຽດນາມ ແບ່ງປັນວ່າ ຫວຽດນາມ ແລະ ກູບາ ຕ້ອງເສີມຂະຫຍາຍຄວາມສາມັກຄີ, ຮັກສານ້ຳໃຈຢືດໝັ້ນ, ຕໍ່ສູ້ຕ້ານບັນດາກຳລັງປໍລະປັກໃນແນວຮົມສື່ມວນຊົນ, ຖະແຫຼງຂ່າວ, ທ່ານ ເນັ້ນໜັກວ່າ:

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບພິເສດ ຫວຽດນາມ-ກູບາ ເລິກເຊິ່ງຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top