• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງຄວາມຄືບໜ້າໂຄງການຊົນລະປະທານໂດຍຫວຽດນາມ ຊ່ວຍເຫຼືອໃຫ້ແກ່ລາວ

      ໂຄງການ ກໍ່ສ້າງລະບົບຊົນນະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນໂດຍແຂວງ ຮ່າຕິ້ງ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.

(ແຂວງ ຄຳມ່ວນ ພວມສົມທົບກັບແຂວງ ຮ່າຕິ້ງ ຍູ້ແຮງບັນດາບາດກ້າວກະກຽມເພື່ອເລີ່ມລົງມືກໍ່ສ້າງ
ໂຄງການລະບົບຊົນລະປະທານຢູ່ເມືອງ ໜອງບົກ)
      ແຂວງ ຄຳມ່ວນ ຂອງລາວ ພວມສົມທົບກັບແຂວງ ຮ່າຕິ້ງ ຍູ້ແຮງບັນດາບາດກ້າວກະກຽມເພື່ອເລີ່ມລົງມືກໍ່ສ້າງໂຄງການລະບົບຊົນລະປະທານຢູ່ເມືອງ ໜອງບົກ, ເຂດດິນແດນເຊິ່ງປະທານໂຮ່ຈີມິນ ມີເວລາເຄື່ອນໄຫວປະຕິວັດໃນຊຸມປີຊອກຫາເຊັ້ນທາງກູ້ຊາດ. ໂຄງການ “ກໍ່ສ້າງລະບົບຊົນນະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ” ໂດຍແຂວງ ຮ່າຕິ້ງ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ. ໂຄງການລວມມີກິດຈະກຳຕົ້ນຕໍຄື: ສູນດູດນ້ຳໄຟຟ້າ, ລະບົບຄອງເໝືອງ, ສົມທົບກັບລະບົບກັນເຈື່ອນຕ້ານດິນເຊາະເຈື່ອນຕອນແມ່ນ້ຳຂອງ ໄຫຼຜ່ານບ້ານ ຊຽງວາງ, ເມືອງ ໜອງບົກ, ດ້ວຍຍອດເງິນລົງທຶນເກືອບ 13 ລ້ານ USD. ກິດຈະກຳໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຫຼາຍພໍສົນຄວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top