• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມສຳພັນ, ຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງບັນດາເຂດຂອງຫວຽດນາມ ແລະ ສະຫະພັນລັດເຊຍ

      ແຕ່ວັນທີ 10 – 13/7, ໃນຂອບເຂດງານວາງສະແດງສາກົນ ອຸດສາຫະກຳເຕັກໂນໂລຢີໃໝ່ຊຶ່ງຖືກຈັດຂຶ້ນຢູ່ນະຄອນ Ekaterinbua
      
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລັດເຊຍ ຫງວຽນແທງເຊີນ
       ແຕ່ວັນທີ 10 – 13/7, ໃນຂອບເຂດງານວາງສະແດງສາກົນ “ອຸດສາຫະກຳເຕັກໂນໂລຢີໃໝ່” ຊຶ່ງຖືກຈັດຂຶ້ນຢູ່ນະຄອນ Ekaterinbua, ແຂວງ Sverdlovsk ບັນດາວິສາຫະກິດຫວຽດນາມ ແລະ ສະຫະພັນລັດເຊຍໄດ້ຈັດບັນດາການເຄື່ອນໄຫວທີ່ສຳຄັນ ແນໃສ່ຊອກຫາກາລະໂອກາດຮ່ວມມື, ຮັບເອົາຄວາມຕ້ອງການໃນການສ້າງຕັ້ງການຮ່ວມມືຂອງບັນດາວິສາຫະກິດ Sverdlovsk ເວົ້າສະເພາະ ແລະ ໃນທົ່ວສະຫະພັນລັດເຊຍເວົ້າລວມ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍ ຫງວຽນແທງເຊີນ ກໍໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດລັດເຊຍ-ຫວຽດນາມຢູ່ Sverdlovsk, ພົບປະກັບຜູ້ຮັກສາການເຈົ້າແຂວງໆ Sverdlovsk ແລະ ມີການເຈລະຈາ 2 ຝ່າຍກັບລັດຖະມົນຕີກະຊວງພົວພັນສາກົນ ແລະ ການພົວພັນເສດຖະກິດກັບຕ່າງປະເທດແຂວງ Sverdlovsk. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນລັດເຊຍ ຫງວຽນແທງເຊີນ ເນັ້ນໜັກວ່າ :
       “ຂ້າພະເຈົ້າເຫັນວ່າ ຄວາມສາມາດບົ່ມຊ້ອນຂອງແຂວງ Sverdlovsk ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດ ນີ້ແມ່ນອູ່ຜະລິດບັນດາພາຫະນະເຄື່ອງຈັກອຸດສາຫະກຳໜັກ. ຂ້າພະເຈົ້າຄິດວ່າ ໃນໄລຍະທີ່ຈະມາເຖິງ, ດ້ວຍຈິດໃຈ ແລະ ແຜນນະໂຍບາຍເຊື່ອມໂຍງຢ່າງຕັ້ງໜ້າ, ໃນນັ້ນມີບັນດາຄູ່ຮ່ວມມືຍຸດທະສາດທີ່ເປັນມູນເຊື້ອຄື: ສະຫະພັນລັດເຊຍ, ບັນດາວິສາຫະກິດຫວຽດນາມຄວນມີຍຸດທະສາດຮ່ວມມື ແລະ ລົງທຶນຢ່າງລະອຽດຢູ່ ສະຫະພັນລັດເຊຍ, ພິເສດແມ່ນຢູ່ແຂວງ Sverdlovsk ”
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top