• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການສ້າງເຄື່ອງໝາຍການຄ້າໃຫ້ວິສາຫະກິດຫວຽດນາມ

      ດັ່ງໄດ້ໃຫ້ຂ່າວໄປແລ້ວ, ວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມສົມທົບກັບ ສະມາຄົມຊັນສິນທາງປັນຍາ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ວ່າ ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ”. 

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ວ່າ “ເຄື່ອງໝາຍການຄ້າໃນຍຸດທະສາດພັດທະນາວິສາຫະກິດ” 
      ທີ່ກອງປະຊຸມສໍາມະນາຜູ້ແທນຫຼາຍທ່ານຖືວ່າ ປັດຈຸບັນການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຍັງຄົງແມ່ນຈຸດອ່ອນຂອງວິສາຫະກິດຫວຽດນາມ. ວິສາຫະກິດຫວຽດນາມສ່ວນຫຼາຍແມ່ນຍັງບໍ່ທັນມີຄວາມສາມາດຢ່າງພຽງພໍເພື່ອສ້າງເຄື່ອງໝາຍການຄ້າໃຫ້ແກ່ຕົນເອງ.
        ໃນສະພາບ ທີ່ປັດຈຸບັນ ປະເທດພວມເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນພື້ນຖານເສດຖະກິດພາກພື້ນ ແລະ ສາກົນນັ້ນ, ການສ້າງເຄື່ອງໝາຍການຄ້າບໍ່ພຽງແຕ່ແມ່ນໜັງສືເດີນທາງຊ່ວຍວິສາຫະກິດໃນການເຄື່ອນໄຫວສົ່ງອອກເທົ່ານັ້ນ, ຫາກຍັງແມ່ນການສ້າງຊື່ສຽງ, ເຄື່ອງໝາຍການຄ້າຂອງປະເທດອີກດ້ວຍ. ຕາມທ່ານ ດິງຮົ່ງກີ່, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ Secion ແລ້ວ, ເພື່ອນໍາຜະລິດຕະພັນຂອງຫວຽດນາມອອກສູ່ຕ່າງປະເທດນັ້ນ ຜະລິດຕະພັນເຫຼົ່ານັ້ນຕ້ອງມີມູນຄ່າສະເພາະ, ຈາກນັ້ນ ຈິ່ງສ້າງຄວາມດູດດື່ມຕໍ່ກັບຕະຫຼາດໄດ້. ທ່ານກ່າວວ່າ:
        “ປັດຈຸບັນ, ພວກຂ້າພະເຈົ້າໄດ້ສົ່ງອອກສິນຄ້າໄປຍັງ 60 ປະເທດ ແລະ ເຂດແຄວ້ນ. ດ້ວຍບັນດາບົດຮຽນທີ່ຖອດຖອນມາໄດ້ນັ້ນ ພວກຂ້າພະເຈົ້າເຫັນວ່າ ຖ້າຢາກເຊື່ອມໂຍງເຂົ້າກັບສາກົນ, ເພື່ອນໍາບັນດາຜະລິດຕະພັນຂອງຫວຽດນາມອອກສູ່ຕ່າງປະເທດນັ້ນ, ພວກເຮົາຕ້ອງສ້າງມູນຄ່າຂອງເຄື່ອງໝາຍການຄ້າສະເພາະຂອງຕົນ ແລະ ເມື່ອຢາກມີທີ່ຕັ້ງຍາວນານນັ້ນ ການສ້າງເຄື່ອງໝາຍການຄ້າແບບຍືນຍົງແມ່ນສໍາຄັນທີ່ສຸດ”.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top