• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ, ອັງກິດ ຮ່ວມມືກັນຊຸກຍູ້ການຫັນເຂດມະຫາສະຫມຸດອິນເດຍ - ປາຊີຟິກເປັນ ເສລີ ແລະ ເປີດກ້ວາງ

      ການນຳສອງທ່ານ ໄດ້ຢັ້ງຢືນວ່າ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການຢ້ຽມຢາມຂອງກຸ່ມກ່ຳປັ່ນສູ້ຮົບຂອງ ອັງກິດ ໂດຍກ່ຳປັ່ນສະໜາມບິນ HMS Queen Elizabeth ນຳໜ້າໄປຍັງເຂດນີ້.
ກ່ຳປັ່ນສະໜາມບິນ HMS Queen Elizabeth  (ພາບ: AFP/TTXVN)
      ທີ່ການໂອ້ລົມສົນທະນາໃນວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihide Suga ແລະ ຄູ່ຮ່ວມຕຳແໜ່ງ ອັງກິດ ທ່ານ Boris Johnson ໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ປະຕິບັດການຫັນເຂດມະຫາສະຫມຸດອິນເດຍ - ປາຊີຟິກ ເປັນເສລີ ແລະ ເປີດກ້ວາງ.
      ການນຳສອງທ່ານ ໄດ້ຢັ້ງຢືນວ່າ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການຢ້ຽມຢາມຂອງກຸ່ມກ່ຳປັ່ນສູ້ຮົບຂອງ ອັງກິດ ໂດຍກ່ຳປັ່ນສະໜາມບິນ HMS Queen Elizabeth ນຳໜ້າໄປຍັງເຂດນີ້.
      ຄາດວ່າ, ກ່ຳປັ່ນ Queen Elizabeth ຈະແວ່ຢາມທ່າກ່ຳປັ່ນຂອງປະມານ 40 ປະເທດ, ໃນນັ້ນມີ ຍີ່ປຸ່ນ, ອິນເດຍ ແລະ ສ.ເກົາຫຼີ. ຢູ່ຍີ່ປຸ່ນ, ກ່ຳປັ່ນມີແຜນການເຂົ້າຮ່ວມການຊ້ອມຮົບຮ່ວມກັບກຳລັງປ້ອງກັນ ຍີ່ປຸ່ນ. ການນຳສອງປະເທດ ກໍ່ເຫັນດີເປັນເອກະພາບ ຈະຮ່ວມມືກັນເພື່ອເຮັດໃຫ້ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ Cornwall, ປະເທດ ອັງກິດຕາເວັນຕົກສ່ຽງເໜືອ ທີ່ໄດ້ດຳເນີນໃນເດືອນຈະມາເຖິງ ຈະປະສົບຜົນສຳເລັດຢ່າງຈົບງາມ.
      ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາ 12 ໂມງວັນທີ 29 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 56 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.896 ຄົນ  ມີ 47 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top