• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດພັກ, ລັດ ກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລຜູ້ອາຍຸສູງ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເມືອງ ຢາລົກ, ແຂວງ ຫາຍເຢືອງ
  ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເແຂວງ ຫາຍເຢືອງ (ພາບ: TTXVN)  

 ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນມູນເຊື້ອຜູ້ອາຍຸສູງ (06 ມິຖຸນາ 1941 – 06 ມິຖຸນາ 2022), ຕອນເຊົ້າວັນທີ 05 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເມືອງ ຢາລົກ, ແຂວງ ຫາຍເຢືອງ; ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ຕາງໜ້າຜູ້ອາຍຸສູງແຂວງ ຫາຍເຢືອງ.

ທີ່ການໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນ, ສະມາຊິກສະຫະກອນຕາແສງ ເຕີນມິນດຶກ ແລະ ຜູ້ຕາງໜ້າຜູ້ອາຍຸສງຢູ່ແຂວງ ຫາຍເຢືອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃນໄລຍະຈະມາເຖິງ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ແລະ ສະມາຄົມທຸກຂັ້ນ ຈົ່ງສຸມໃສ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ ກ່ຽວກັບຜູ້ອາຍຸສູງ; ເພີ່ມທະວີວຽກງານປົກປ້ອງສິດ, ເບິ່ງແຍງດູແລຜົນປະໂຫຍດຂອງຜູ້ອາຍຸສູງ; ສ້າງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຜູ້ອາຍຸສູງໃນໄລຍະໃໝ່ໃຫ້ສົມບູບແບບ ດ້ວຍບັນດາຂໍ້ສະເໜແນະ, ມາດຕະການແກ້ໄຂຢ່າງແທດຈິງ.

ທ່ານປະທານປະເທດປາດຖະໜາວ່າ, ຜູ້ອາຍຸສູງໃນທົ່ວປະເທດຈະເສີມຂະຫຍາຍຈິດໃຈ ອາຍຸສູງ - ແບບຢ່າງລະດົມກຳລັງໃຈໃຫ້ແກ່ຄອບຄົວ, ລູກຫຼານ, ລຸ້ນໜຸ່ມຕັ້ງໜ້າສະໜັບສະໜູນບັນດາຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top