• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊູດັງ ແລະ ຊູດັງໃຕ້ ເຊື່ອມຕໍ່ການເຈລະຈາກ່ຽວກັບການກຳນົດເສັ້ນຊາຍແດນ


ປະ​ທາ​ນາ​ທິ​ບໍ​ດີຊູດັງ ແລະ ຊູດັງໃຕ້
(ພາບ​ປະ​ກອບ: AFP/TTXVN)
 
      ວັນ​ທີ 27/08, ຊູ​ດັງ ແລະ ຊູ​ດັງ​ໃຕ້ ໄດ້​ຕົກ​ລົງ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ ໃນ​ເດືອນ 09 ຈະ​ມາ​ເຖິງ, ເພື່ອ​ແນ​ໃສ່​​​ການກຳ​ນົດ​ເສັ້​ນ​ຊາຍ​ແດນ​ຮ່ວມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຊູ​ດັງ ຢູ່ Khartoum, Mayan Dot ໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລະ​ຫວ່າງຊູ​ດັງ ແລະ ຊູ​ດັງ​ໃຕ້ ທີ່​ກ່ຽວ​ຂ້ອງ​ເຖິງວິ​ວັດ​ທະ​ນາ​ການ​​ກຳ​ນົດ​ເສັ້ນ​ຊາ​ຍ​ແດນ ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ເດືອນ 09 ຈະ​ມາ​ເຖິງ​ຢູ່​ນະ​ຄອນ​ຫຼວງ Khartoum ຂອງ​ຊູ​ດັງ. ໃນ​ຕົວ​ຈິງ, ບັນ​ດາ​ການ​ເຈ​ລະ​ຈາກຳ​ນົດ​ເສັ້ນ​ຊາຍ​ແດນລະ​ຫວ່າງ 2 ຝ່າຍ ໄດ້​ສ້າງ​ແຜນ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​​ເມື່ອ​ເດືອນ 06 ຜ່ານ​ມາ, ແຕ່​ຖືກ​ໂຈະ​ໄວ້​ເປັນ​ຫຼາຍ​ຄັ້ງ ຍ້ອນ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ຊູ​ດັງ​ໃຕ້.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top