• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ກັບ ຍີ່​ປຸ່ນ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ການພົວພັນ ຫວຽດນາມ ແລະ ຍີ່ປຸ່ນ ພວມມີການພັດທະນາທີ່ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານ Yamaguchi Natsuo ປະທານພັກ ໂຄເມໂຕະ (kometo) ຍີ່ປຸ່ນ

ຕອນເຊົ້າວັນທີ 23 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ ໂຄເມໂຕະ (kometo) ຍີ່ປຸ່ນ ໂດຍທ່ານ Yamaguchi Natsuo, ປະທານພັກ ນຳໜ້າ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດສອງປະເທດຈັດຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023).

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ການພົວພັນ ຫວຽດນາມ ແລະ ຍີ່ປຸ່ນ ພວມມີການພັດທະນາທີ່ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ນີ້ແມ່ນພື້ນຖານອັນດີງາມເພື່ອກຳນົດການພົວພັນສອງຝ່າຍໃນໄລຍະ 50 ປີຈະມາເຖິງ. ທ່ານປະທານປະເທດ ສະເໜີພັກກອມມູນິດ ຫວຽດນາມ ແລະ ພັກ ໂຄເມໂຕະ ຍີ່ປຸ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ທ່ານຫວັງວ່າຍີ່ປຸ່ນຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ແຮງງານ, ນັກຝືກງານ, ນັກສຶກສາ ຫວຽດນາມ ທີ່ເຮັດວຽກ, ຮ່ຳຮຽນຢູ່ ຍີ່ປຸ່ນ. ສ່ວນທ່ານ Yamaguchi Natsuo ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຫວັງວ່າຈະໄດ້ຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງໄປຢ້ຽມຢາມຍີ່ປຸ່ນ ໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Yamaguchi Natsuo. ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ມະນຸດນຳກັນ, ເຊື່ອມຕໍ່ວິສາຫະກິດ ກັບວິສາຫະກິດ, ທ້ອງຖິ່ນກັບທ້ອງຖິ່ນ. ສອງຝ່າຍກໍ່ສະແດງຄວາມສົນໃຈຕໍ່ການຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີການຮ່ວມມືຍົກສູງຄວາມສາມາດໃນການປະຕິບັດກົດໝາຍຢູ່ທະເລ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການປ້ອງກັນ, ຕ້ານໄພທຳມະຊາດ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top