ຕອນຄ່ຳວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ເພື່ອແລກປ່ຽນກ່ຽວກັບບັນດາຂົງເຂດບຸລິມະສິດຊຸກຍູ້ໃນການຮ່ວມມືສອງຝ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືມີລະດັບສຳຄັນຍຸດທະສາດ, ທ່ານເນັ້ນໜັກເຖິງສານລຸ້ລ່ວງຂອງທ່ານເລຂາທິການໃຫຍ່ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກຮ່ວມມືກັບ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ຮັກສາທ່ວງທ່າພັດທະນາເປັນປົກກະຕິ, ນັບມື້ນັບແທ້ຈິງ, ເຂົ້າສູ່ລວງເລິກ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ນຳການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນແມ່ນຈຸດພົ້ນເດັ່ນ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາ ວິສາຫະກິດ, ນັກລົງທຶນອາເມລິກາ ເຄື່ອນໄຫວຢູ່ ຫວຽດນາມ;ທ່ານຢັ້ງຢືນ ຫວຽດນາມປາດຖະໜາຢາກ ສ້າງການພົວພັນຮ່ວມມືເສດຖະກິດ - ການຄ້າ - ການລົງທຶນຢ່າງສົມດູນ, ມີສະຖຽນລະພາບ, ກົມກຽວ ແລະ ຍືນຍົງກັບ ອາເມລິກາ.
ສ່ວນທ່ານເອກອັກຄະລັດຖະທູດ Marc E. Knapper ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ອາເມລິກາ ໃຫ້ບຸລິມະສິດພັດທະນາການພົວພັນ ກັບ ຫວຽດນາມ ບົນພື້ນຖານຫຼັກການເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນອິນອັນຄົບຖ້ວນຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມທີ່ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ທ່ານປາດຖະໜາຢາກເປີດກວ້າງການຮ່ວມມືໃນທຸກຂົງເຂດກັບ ຫວຽດນາມ.