• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ແຜນການຮ່ວມມືຍາວນານລະຫວ່າງກຸ່ມບໍລິສັດ Pfizer ແລະ ຫວຽດນາມ

ນີ້ແມ່ນການແລກປ່ຽນຄັ້ງທີ 2 ລະຫວ່າງທ່ານນາຍົກລັດຖະມົນຕີ ກັບຫົວໜ້າກຸ່ມບໍລິສັດ Pfizer ນັບແຕ່ໂລກລະບາດໂຄວິດ-19 ແຜ່ລະບາດຄັ້ງທີ 4 ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ (ພາບ: TTXVN)

ຕອນຄ່ຳວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Albert Bourla, ປະທານ ທັງເປັນຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Pfizer. ນີ້ແມ່ນການແລກປ່ຽນຄັ້ງທີ 2 ລະຫວ່າງທ່ານນາຍົກລັດຖະມົນຕີ ກັບຫົວໜ້າກຸ່ມບໍລິສັດ Pfizer ນັບແຕ່ໂລກລະບາດໂຄວິດ-19 ແຜ່ລະບາດຄັ້ງທີ 4 ຢູ່ ຫວຽດນາມ.

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຂອບໃຈ, ຕີລາຄາສູງເລື່ອງກຸ່ມບໍລິສັດ Pfizer ສະໜອງວັກຊິນກັນໂຄວິດ-19 ຈຳນວນ 51 ລ້ານໂດສ ໃຫ້ແກ່ ຫວຽດນາມ ໂດຍໄວ ແລະ ຄົບຖ້ວນ.

ເພື່ອແນໃສ່ປົກປ້ອງສຸຂະພາບຂອງເດັກ ແລະ ສືບຕໍ່ປະຕິບັດການເປີດປະຕູໂຮງຮຽນດ້ວຍຄວາມປອດໄພ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານ Albert Bourla ເອົາໃຈໃສ່ຊຸກຍູ້ເລື່ອງສະໜອງວັກຊິນຈຳນວນ 22 ລ້ານໂດສ ທີ່ສັກໃຫ້ເດັກໃນເກນອາຍຸແຕ່ 5 – 12 ປີ ຢູ່ ຫວຽດນາມ ໃນຊຸມມື້ຈະມາເຖິງໂດຍໄວ; ພ້ອມທັງສະໜອງ, ຖ່າຍທອດເຕັກໂນໂລຊີຜະລິດຢາປິ່ນປົວຕ້ານໄວຣັດສາຍພັນໃໝ່.

ສ່ວນທ່ານ Albert Bourla, ປະທານ ທັງເປັນຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Pfizer ຢືນຢັນວ່າ, ຈະມານະພະຍາຍາມ ແລະ ເພີ່ມຄວາມໄວໃນການປະຕິບັດສັນຍາ, ສະໜອງວັກຊິນທີ່ສັກໃຫ້ແກ່ເດັກໃນເກນອາຍຸແຕ່ 5 ຫາຕ່ຳກວ່າ 12 ປີໃຫ້ ຫວຽດນາມ ໂດຍໄວ. ທ່ານ ກໍ່ໃຫ້ຮູ້ວ່າ, Pfizer ສາມາດຮ່ວມມືກັບ ຫວຽດນາມ ໃນການຖ່າຍທອດເຕັກໂນໂລຊີຜະລິດວັກຊິນປິ່ນປົວໂຄວິດ-19.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top