• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືອາຊຽນ-ພັນທະມິດປາຊີຟີກ

      ກອງປະຊຸມຄັ້ງທີ 3 ລະຫວ່າງຄະນະກຳມະການບັນດາຜູ້ຕາງຫນ້າປະຈຳ ອາຊຽນ (CPR) ແລະ ກຸ່ມພົວພັນການຕ່າງປະເທດພັນທະມິດປາຊີຟີກ (PA) ຫາກໍ່ດຳເນີນຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ.
      
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 3 CPR ແລະ PA
      ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ອາຊຽນ ແລະ ທ່ານ Pablo Uria, ຫົວຫນ້າກົມຮັບຜິດຊອບການພົວພັນສອງຝ່າຍ ຂຶ້ນກັບ ກົມໃຫຍ່ເສດຖະກິດສາກົນ, ກະຊວງການຕ່າງປະເທດ ຈີເລ, ກອງປະຊຸມແມ່ນຕີລາຄາສະພາບຕົວຈິງຂອງການພົວພັນລະຫວ່າງ ອາຊຽນ ແລະ ພັນທະມິດປາຊີຟີກ  ໃນໄລຍະຜ່ານມາ ແລະ ເຫັນດີກັບຫລາຍທິດທາງ, ມາດຕະການສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງພາກພື້ນໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ, ສະເຫນີ: ຍູ້ແຮງວຽກງານຖະແຫລງຂ່າວ, ໂຄສະນາເນື້ອໃນຂອບເຂດການຮ່ວມມືກັບບັນດາອົງການສະເພາະຂະແຫນງກ່ຽວຂ້ອງຂອງສອງຝ່າຍ, ຈາກນັ້ນ ສົ່ງເສີມບັນດາອົງການນີ້ເຂົ້າຮ່ວມ ແລະ ປະຕິບັດບັນດາການເຄື່ອນໄຫວ, ມາດຕະການກ່ຽວຂ້ອງ, ພ້ອມທັງສ້າງແຜນການປະຕິບັດ ໄລຍະ 2017-2018.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top