• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫ່ວາງຜູ້ບັນຊາການກອງທະຫານບົກບັນດາປະເທດອາຊຽນ

      ວັນທີ 25 ພະຈິກ, ຢູ່ໃນນະຄອນ Bandung, Java ຕາເວັນຕົກ, ປະເທດອິນໂດເນເຊຍ,ໄດ້ດຳເນີນກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນຄັ້ງທີ 20(ACAMM-20) ດ້ວຍຫົວຂໍ້ ຊຸກຍູ້ການຮ່ວມມືຂອງກອງທັບມຸ່ງໄປສູ່ອາຊຽນ 2025 - ພ້ອມກັນກ້າວໄປ’’.

ຜູ້ບັນຊາການກອງທະຫານບົກບັນດາປະເທດອາຊຽນ 
      ທີ່ກອງປະຊຸມຄັ້ງນີ້ບັນດາປະເທດມຸ່ງໄປສູ່ການສ້າງຍຸດທະສາດປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ,ຊີ້ໃຫ້ເຫັນບັນດາໄພນາບຂູ່ແລະສິ່ງທ້າທາຍລວມ,ຈາກນັ້ນເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງບັນດາປະເທດສະມາຊິກ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມນຳໂດຍທ່ານພົນຕີຫງວຽນເຕິນເກຶອງຮອງຫົວໜ້າເສນາທິການໃຫຍ່ເຂົ້າຮ່ວມ.
            ກ່າວຄຳປາໄສຢູ່ທີ່ນີ້, ຜູ້ຕາງໜ້າຂອງຫວຽດນາມເນັ້ນໜັກວ່າ ໂດຍແມ່ນສະມາຊິກຂອງອາຊຽນ,ຫວຽດນາມຕັ້ງໜ້າແລະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນບັນດາຄວາມມານະພະຍາຍາມຂອງພາກພື້ນເພື່ອຮັບມືກັບບັນດາສິ່ງທ້າຫາຍລວມ,ໃນນັ້ນມີການຮ່ວມມືປ້ອງກັນຕ້ານການກໍ່ການຮ້າຍແລະບັນດາການເຄື່ອນໄຫວມະນຸດສະທຳໝູນທາຍຊ່ວຍໄພພິບັດ ໃນປີຮັບດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ຫວຽດນາມຈະສືບຕໍ່ຮ່ວມສຳພັນພາຍໃນກຸ່ມ,ຍົກສູງປະສິດທິຜົນດ້ານປ້ອງກັນຊາດ, ການທະຫານໂດຍອາຊຽນເປັນເຈົ້າພາທາງແລະຍູ້ແຮງການຮ່ວມມືກັບຄູ່ຮ່ວມມືພາຍນອກອາຊຽນ.ທ່ານພົນຕີຫງວຽນເຕິນເກຶອງກໍ່ສະເໜີການເຄື່ອນໄຫວລະຫ່ວາງ ທະຫານບົກບັນດາປະເທດອາຊຽນແນໃສ່ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພືນ
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top