• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືຊາວໜຸ່ມ 2 ປະເທດຫວຽດນາມ - ຈີນ

ວັນທີ 13 ສິງຫາ, ຄະນະຜູ້ແທນຂອງຄະນະຊາວໜຸ່ມກອມມູນິດຈີນ, ດ້ວຍຜູ້ແທນ 96 ຄົນ ໄດ້ເດີນທາງມາຮອດຫວຽດນາມ ແລະ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ຄັ້ງທີ 18.

 
ທ່ານເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ

(ພາບ: thanhnien.vn)

ພາຍຫຼັງທີ່ມາຮອດຫວຽດນາມ, ຄະນະຜູ້ແທນໂດຍທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ.

        ນະທີ່ນີ້, ທ່ານເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ເລກວັກຟອງ ປາດຖະໜາວ່າ ການຮ່ວມມືຂອງຊາວໜຸ່ມລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາໃນການຮ່ວມມືດ້ານສື່ມວນຊົນ ແລະ ບຳລຸງສ້າງຖັນແຖວພະນັກງານຄະນະຊາວໜຸ່ມ; ຜ່ານການເຄື່ອນໄຫວດັ່ງກ່າວ 2 ອົງການຈະມີເນື້ອໃນການຮ່ວມມືໃໝ່, ລາຍການໃໝ່ເພື່ອຊຸກຍູ້ການເຄື່ອນໄຫວຂອງຊາວໜຸ່ມ 2 ປະເທດ.

        ສ່ວນທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ ສະເໜີໃຫ້ 2 ອົງການຊາວໜຸ່ມສືບຕໍ່ເຮັດໃຫ້ການເຄື່ອນໄຫວພົບປະແລກປ່ຽນອຸດົມສົມບູນກວ່າຄື: ເປີດກວ້າງ, ຮ່ວມມືຢ່າງເລິກເຊິ່ງກວ່າ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມຂອງ 2 ປະເທດຕື່ມອີກ.

(ແຫຼ່ງຄັດຈາກ VOV)


ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top