• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືກຳລັງປະຕິບັດກົດໝາຍຢູ່່ທະເລຂອງ ຫວຽດນາມ ກັບ ໄທ ແລະ ຟີລິບປິນ

ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນ, ປຶກສາຫາລື ແລະ ລົງນາມ “ຂໍ້ຕົກລົງຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານທາງທະເລ ແລະ ຊອກຫາກູ້ໄພກູ້ຊີບຢູ່ທະເລລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ Thai - MECC ”....
  ກ່ຳປັ່ນຂອງກຳລັງຕຳຫຼວດ ຫວຽດນາມ ດຳເນີນການກູ້ໄພກູ້ຊີບຢູ່ທະເລ (ພາບ:Minh Huệ/TTXVN)  

ໃນຂອບເຂດລາຍການພົບປະແລກປ່ຽນ “ຕຳຫຼວດທະເລ ຫວຽດນາມ ແລະ ເພື່ອນມິດ”, ຕອນບ່າຍວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ພົນຈັດຕະວາ ເລກວາງດ້າວ, ຜູ້ບັນຊາການຕຳຫຼວດທະເລ ຫວຽດນາມ, ໄດ້ພົບປະແລກປ່ຽນສອງຝ່າຍກັບສູນບັນຊາການ ເດີນເຮືອ ໄທ (Thai- MECC) ແລະ ກຳລັງປ້ອງກັນເຂດແຄມທະເລ ຟີລິບປິນ. ທີ່ການແລກປ່ຽນສອງຝ່າຍກັບສູນບັນຊາການເດີນເຮືອ ໄທ (Thai- MECC) , ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນ, ປຶກສາຫາລື ແລະ ລົງນາມ “ຂໍ້ຕົກລົງຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານທາງທະເລ ແລະ ຊອກຫາກູ້ໄພກູ້ຊີບຢູ່ທະເລລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ Thai - MECC ”.

ໃນການພົບປະກັບກຳລັງປ້ອງກັນເຂດແຄມທະເລ ຟີລິບປິນ, ພົນຈັດຕະວາ ເລກວາງດ້າວ, ຫວັງວ່າ ຕຳຫຼວດທະເລ ຫວຽດນາມ ກັບກຳລັງປະຕິບັດກົດໝາຍຢູ່ທະເລຂອງຟີລິບປິນ ຈະເສີມຂະຫຍາຍ ແລະ ຊຸກຍູ້ການພົວພັນຮ່ວມມື; ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານເປັນປະຈຳ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລເປັນຢ່າງດີ, ປະກອບສ່ວນເພີ່ມທະວີການຮ່ວມມື, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບ ແລະ ພັດທະນາເຂດທະເລຂອງບັນດາປະເທດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top