ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ພວມຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.
ໂດຍຕີລາຄາສູງເລື່ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໄດ້ຮັບຄຳເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊນະນະ ດ້ຽນບຽນຝູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ການຢ້ຽມຢາມຂອງທ່ານລັດຖະມົນຕີ ມີຄວາມໝາຍສຳຄັນ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ເປັນຢ່າງດີ; ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ຝລັ່ງ, ສະໜັບສະໜູນ, ຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ແລະ ຄະນະກຳມະການເອີລົບ (EC) ຍຸບເລິກບັດເຫຼືອງສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ບົນພື້ນຖານຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຈັບຫາປາໂດຍຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໂດຍໄວ.
ສ່ວນທ່ານລັດຖະມົນຕີ Sebastien Lecornu ເນັ້ນໜັກວ່າ: ຝ່າຍ ຝລັ່ງ ຖືເປັນສຳຄັນການພົວພັນກັບ ຫວຽດນາມ; ຢັ້ງຢືນສອງຝ່າຍອາດຈະບັນລຸໄດ້ອະນາຄົດແຫ່ງການຮ່ວມມືດີງາມກ່ວາບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ເຄົາລົບກົດໝາຍສາກົນ.






