
ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ແລະ ມຽນມາ
ພາຍຫຼັງພິທີຕ້ອນຮັບ ຢູ່ນະຄອນຫຼວງ Nay Pyi Taw, ວັນທີ 2 ຕຸລາ, ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ນາຍພົນອາວຸໂສ Min Aung Hlaing, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ມຽນມາ ມີການເຈລະຈາ 2 ຝ່າຍ. ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງກຳລັງປະກອບອາວຸດ, ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບ 2 ປະເທດໃນໄລຍະຜ່ານມາ; ເຫັນດີເປັນເອກະສັນກ່ຽວກັບທິດທາງ, ເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ໂງຊວນລີກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ມຽນມາ Htin Kyaw. ນະທີ່ນີ້, ທ່ານປະທານາທິບໍດີ Htin Kyaw ໄດ້ຕີລາຄາການພົວພັນປ້ອງກັນຊາດ ລະຫວ່າງ 2 ປະເທດໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ພ້ອມທັງຢືນຢັນວ່າ ທ່ານເອງຈະສະໜັບສະໜູນຊຸກຍູ້ການພົວພັນປ້ອງກັນປະເທດ ຫວຽດນາມ - ມຽນມາ; ຫວັງວ່າ ການພົວພັນປ້ອງກັນຊາດ 2 ປະເທດນັບມື້ນັບໄດ້ຮັບການພັດທະນາກ່ວາອີກ, ປະກອບສ່ວນເຂົ້າໃນການກໍ່ສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ.
(ແຫຼ່ງຄັດຈາກ VOV)