• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ພາຍໃຕ້ການຊີ້ນຳນຳພາຂອງພັກ ປະເທດຈະຮັກສາເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ.
(ພາບປະກອບ: TTXVN)
      ໂດຍເຈື່ອຈານເຂົ້າກັບຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ ມຸ່ງໄປສູ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຢືນຢັນເຖິງຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ການນຳພາຂອງພັກ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຫຼາຍກວ່າອີກ.
        ທ່ານ ລິວແທັງຢຸງ, ຊາວຫວຽດນາມ ອາໄສຢູ່ຝລັ່ງ (ອະດີດເລຂາທິການໃຫຍ່ສະມາຄົມຊາວຫວຽດນາມ ປະຈຳຝລັ່ງ, ໃຫ້ຮູ້ວ່າ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ປະເທດຈະຮັກສາເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ. ນີ້ແມ່ນຄວາມມຸ່ງມາດປາດຖະໜາໃຫຍ່ຫຼວງທີ່ສຸດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອອວ່າຍໜ້າເມືອຫາບ້ານເກີດເມືອງນອນ.
        ຈາກສະຫະພັນລັດເຊຍ: ທ່ານນາງ ຫງວຽນທິມິງແຮ້ງ, ອາຈານລະດັບສູງສັງກັດມະຫາວິທະຍາໄລແຫ່ງຊາດ St.Petersburg ໃຫ້ຮູ້ວ່າ, ໂດຍແມ່ນຜູ້ໄດ້ຕິດຕາມສະພາບການທາງດ້ານຊີວິດ, ການເມືອງຫວຽດນາມ ເປັນປະຈຳ, ທ່ານນາງມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ ໃນປີ 2020 ຄື: ພື້ນຖານເສດຖະກິດມີສະຖຽນລະພາບ, ຮັບປະກັນຊີວິດສັງຄົມ, ຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ… ບັນດາຜົນສຳເລັດຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ພາຍຫຼັງຊຸມປີປ່ຽນແປງໃໝ່ ໄດ້ຊ່ວຍຍົກສູງອິດທິພົນຊື່ສຽງຂອງຊາດຫວຽດນາມ, ຊ່ວຍໃຫ້ຫວຽດນາມ ນັບມື້ນັບສວມບົດບາດ ແລະ ມີທີ່ຕັ້ງສຳຄັນກວ່າ ບໍ່ພຽງແຕ່ຢູ່ອາຊີຕາເວັນອອກສ່ຽງໃຕ້, ຢູ່ພາກພື້ນອາຊີ - ປາຊີຟິກ ເທົ່ານັ້ນ, ຫາກຍັງຢູ່ໃນໂລກອີກດ້ວຍ.
        ໂດຍມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ຫງວຽນກວ໊ກເຟືອງ, ຮອງຫົວໜ້າຄະນະພຸດທະສາສະໜາຫວຽດນາມ ປະຈຳໂປໂລຍ ໄດ້ຟາກຝັງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ ທີ່ຈະເລືອກເອົາຜູ້ນຳພັກ, ລັດ “ມີຄວາມເກັ່ງກ້າສາມາດ, ມີຄຸນທາດ, ຄຸນສົມບັດຢ່າງຄົບຖ້ວນ” ເພື່ອນຳພາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ, ເຂັ້ມແຂງ, ໝັ້ນຄົງ, ນຳຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດຕົ້ນຕໍສຳລັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ...

Top