ຂ່າວສານ
ຊາວປະມົງ ວ້ານເຕື່ອງ (ກວາງງາຍ) ອອກຝັ່ງຍາມຕົ້ນລະດູບານໃໝ່ເພື່ອອາຊີບຫາປາແບບຍືນຍົງ
ໃນພິທີເລີ່ມເຄື່ອນໄຫວຈັບຫາປາຍາມຕົ້ນປີ, ຊາວ ປະມົງ ຕາແສງ ວ້ານເຕື່ອງ ໄດ້ສະແດງຄວາມຕັດສິນໃຈຕິດພັນກັບທະເລ, ຈັບຫາປາຢ່າງປອດໄພ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ໂດຍໄວ. ລຸງ ຝູ່ຈູງບິ່ງ ຊາວປະມົງຢູ່ບ້ານ ຝູທ້ຽນ 1, ຕາແສງ ວ້ານເຕື່ອງ, ໃຫ້ຮູ້ວ່າ:
“ເຮືອຫາປາຂອງຂ້າພະເຈົ້າອອກໄປຈັບຫາປາໄກຈາກຝັ່ງແຕ່ 30 – 40 ໄມທະເລ, ຈັບຫາປາທູນ່າ. ເມື່ອອອກຈາກທ່າ, ພວກຂ້າພະເຈົ້າຕ້ອງແຈ້ງໜັງສືທີ່ກ່ຽວຂ້ອງກັບທະຫານປ້ອງກັນຊາຍແດນຢ່າງຄົບຖ້ວນ. ໄປຮອດໃສກໍຕ້ອງລາຍງາຍຮອດນັ້ນ. ປີໃໝ່, ຫວັງວ່າອາກາດຈະອຳນວຍຄວາມສະດວກເພື່ອໃຫ້ການທຳມາຫາກິນມີແຕ່ຄວາມໂຊກດີ.”
ປັດຈຸບັນ, ຕາແສງ ວ້ານເຕື່ອງ ມີເຮືອຫາປາເກືອບ 900 ລຳ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 3.000 ຄົນ.







