• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.
  ຊາວກະສິກອນດີເດັ່ນປີ 2026 (ພາບ: VNA)  

ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ສຸດ​ໃນ​ບັນ​ດາ​ກິດ​ຈະ​ກຳ ​​ຊາວ​ກະ​ສິ​ກອນ ຫວຽດ​ນາມ​ເອກ ອ້າງ​ທະ​ນົງ​ໃຈ ປີ 2026 ໂດຍ​ສູນ​ກາງ​ສະ​ມາ​ຄົມ​ຊາວ ກະ​ສິ​ກອນ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​.

​ດ້ວຍ​ຫົວ​ຂໍ້​ “ຊາວ​ກະ​ສິ​ກອນ ຫວຽດ​ນາມ ດີ​ເດັ່ນ 40 ປີ​ແຫ່ງ​ການ​ປ່ຽນ​ໃໝ່​”, ພິ​ທີ​ເຊີດ​ຊູ​ປີ​ນີ້​ໄດ້​ເລືອກ​ເຟັ້ນ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ດີ​ເດັ່ນ 96 ຄົນ ເຊິ່ງ​ເປັນ​ຊາວ​ກະ​ສິ​ກອນ​ດີ​ເດັ່ນ​ໃນ​ຫຼາຍ​ຂົງ​ເຂດ​, ຄື​: ບັນ​ດາ​ຮູບ​ແບບ​ຜະ​ລິດ​ຕາມ​ທິດ​ກຳ​ສິ​ກຳ​ສີ​ຂຽວ​, ໝູນ​ວຽນ​, ອົງ​ຄະ​ທາດ​, ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ປ່ຽນ​ແປງ​ບັນ​ດາ​ຮູບ​ແບບ​, ວິ​ທີ​ການ​ຜະ​ລິດ​ໃນ​ກະ​ສິ​ກຳ​, ຊົນ​ນະ​ບົດ​, ນຳ​ໜ້າ​ໃນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ສູງ​, ກະ​ສິ​ກຳ​ດີ​ຈີ​ຕອນ​, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​, ການ​ປັບ​ປຸງ ຫຼື ຂັ້ນ​ຕອນ​ປູກ​ຝັງ​ແບບ​ຍືນ​ຍົງ​ເຂົ້າ​ການ​ຜະ​ລິດ​. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້​, ທ່ານ ໂຮ່ກ​ວັກ​ຢູ້ງ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ​:

“ສືບ​ຕໍ່​ຮັບ​ຮູ້ຢ່າງ​ເລິກ​ເຊິ່ງ ແລະ ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​​ຢ່າງທັນ​ການ​ໃນ​ການ​ປະ​ຕິ​ບັດ​ເນື້ອ​ໃນ​ ສະ​ຫຼຸບ​ເລກ​ທີ 219-ສລ/​ສກ ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ກະ​ສິ​ກຳ​, ຊາວ​ກະ​ສິ​ກອນ​, ຊົນ​ນະ​ບົດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045. ຕາມ​ນັ້ນ​ແລ້ວ​, ຕ້ອງ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ທຳ​ມະ​ດາ​ໄປ​ສູ່ ຈິນ​ຕະ​ນາ​ການ​ເສດ​ຖະ​ກິດ​ກະ​ສິ​ກຳ​, ​ ຈາກ​ການເອົາ​ໃຈ​ໃສ່​​ປະ​ລິ​ມານ​ໄປ​ສູ່​ການຍົກ​ສູງ​ຄຸນ​ນະ​ພາບ​, ມູນ​ຄ່າ​ເພີ່ມ​, ເຄື່ອງ​ໝາຍ​ການ​ຄ້າ ແລະ ຕະ​ຫຼາດ​. ສືບ​ຕໍ່​​ສ້າງໂຄງ​ປະ​ກອບການ​ຜະ​ລິດ​ກຳ​ສິ​ກຳ​ຄືນ​ໃໝ່​ຕາມ ​ຕ່ອງ​ໂສ້ມູນ​ຄ່າ​, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແຮງ​, ນະ​ວັດ​ຕະ​ກຳ ແລະ ຫັນ​ປ່ຽນ​ດີ​ຈີ​ຕອນ ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​, ຄຸນ​ນະ​ພາບ ແລະ ມູນ​ຄ່າ​ກະ​ສິ​ກຳ​. ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ທັນ​ສະ​ໄໝ​, ຮັ່ງ​ມີ​ສວຍ​ງາມ ແລະ ມີ​ສີ​ສັນ​”.

(ແຫຼ່ງຄັດຈາກ VOV)

ທ່ານເລມິນຮືງນາຍົກລັດຖະມົນຕີ : ຮັບປະກັນສະໜອງ ໄຟຟ້າແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອປະຕິບັດບັນດາເປົ້າໝາຍພັດທະ ນາຢ່າງມີໄຊ

ທ່ານເລມິນຮືງນາຍົກລັດຖະມົນຕີ : ຮັບປະກັນສະໜອງ ໄຟຟ້າແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອປະຕິບັດບັນດາເປົ້າໝາຍພັດທະ ນາຢ່າງມີໄຊ

ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ​, ຢູ່​ຮ່າ​ໂນ້ຍ​, ທ່ານ ເລ​ມິນ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ​, ຂະ​ແໜງ​ການ​, ອົງ​ການຕ່າງໆ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສະ​ໜອງ​ໄຟ​ຟ້າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​, ຮອດ​ປີ 2030 ແລະ ກຳ​ນົດ​ທິດ​ປັບ​ປຸງ​ແຜນ​ຜັງ​ໄຟ​ຟ້າ VIII.

Top