• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈໍ​າ​ນວນ​ແຂກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ໃນ​ໂອ​ກາດ​ວັນ​ພັກ​ວັນ​ຊາດ ທີ 2 ກັນຍາ ເພີ່ມ​ຂຶ້ນ​ເປັນ​ຈຳ​ນວນຫຼວງຫຼາຍ

ໃນຊຸມວັນພັກໂອກາດວັນຊາດທີ 2 ກັນຍາ ປີ 2024 ທີ່ແກ່ຍາວແຕ່ວັນທີ 31 ສິງຫາ ຫາວັນທີ 03 ກັນຍາ, ມີຫຼາຍທ້ອງຖິ່ນໄດ້ຕ້ອນຮັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ລາຍການຍິງບັ້ງໄຟດອກໃນມື້ວັນຊາດ (ພາບ: TTXVN)

ຕາມການປະກາດໃນວັນທີ 03 ກັນຍາ ຂອງພະແນກວັດທະນະທຳ, ທ່ອງທ່ຽວນະຄອນ ໂຮ່ຈີມິນ, ຈຳນວນແຂກທ່ອງທ່ຽວ ມານະຄອນ ໂຮ່ຈີມິນ ໃນໂອກາດວັນຊາດທີ 2 ກັນຍາ ປີນີ້ ບັນລຸປະມານ 38.800 ເທື່ອຄົນ, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈຳນວນຫ້ອງມີແຂກມາພັກເຊົ່າບັນລຸປະມານ 85% (ເພີ່ມຂຶ້ນ 6,3%). ລາຍຮັບຈາກການທ່ອງທ່ຽວ ເຊິ່ງນະຄອນ ໂຮ່ຈີມິນ ເກັບມາໄດ້ໃນໂອກາດນີ້ ແມ່ນຫຼາຍກວ່າ 2.900 ຕື້ດົ່ງ (117 ລ້ານ USD), ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ຢູ່ດ່າໜັງ, ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ່າໜັງ ແລ້ວ, ໃນໂອກາດວັນຊາດທີ 2 ກັນຍາ ປີນີ້, ຍອດຈຳນວນແຂກທ່ອງທ່ຽວທີ່ມາທ່ຽວຊົມ ດ່າໜັງ ບັນລຸເກືອບ 308.000 ເທື່ອຄົນ, ເພີ່ມຂຶ້ນ 21,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.  ສ່ວນຢູ່ແຂວງ ກວ໋າງນາມ ກໍໄດ້ດຶງດູດແຂກທ່ອງທ່ຽວກວ່າ 193.000 ເທື່ອຄົນ, ເພີ່ມຂຶຶ້ນ 16% ເມື່ອທຽບໃສ່ປີກາຍ. ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

        “ບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງ ກວ໋າງນາມ ໄດ້ນຳມາເຊິ່ງຄວາມປະທັບໃຈ, ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ, ສືບຕໍ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ມາທ່ຽວແຂວງ ກວ໋າງນາມ ເປັນຈຳນວນຫຼາຍ, ຜ່ານນັ້ນ ປະກອບສ່ວນບັນລຸບັນດາຄາດໝາຍ, ແຜນການທີ່ໄດ້ວາງອອກໃນປີ 2024 ແລະ ມຸ່ງໄປເຖິງການພັດທະນາການທ່ອງທ່ຽວສີຂຽວ, ມີປະສິດທິຜົນ, ຍືນຍົງ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top