• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈົ່ງ​ເອົາ​ຫວຽດນາມ ​ເປັນ​ແຫຼ່ງບັນດາ​ນ​ໃຈ - ປະ​ເທດ​ທີ່​​ເອົາ​ຊະນະ​​ເຊື້ອ​​ໄວຣັດ SARS-CoV-2 ​ໄດ້ຢ່າງ​ສໍາ​ເລັດ

ວັນທີ 6 ພຶດສະພາ, ໜັງສືພິມ Halo Noviny ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານ Vojtěch Filip ຮອງປະທານຜູ້ທີ 1 ຂອງສະພາຕໍ່າເຊັກໂກ, ປະທານຄະນະກໍາມະການສູນກາງພັກກອມມູນິດ ເຊັກໂກ ແລະ ໂມຣາວາ (KSCM) ທີ່ໄດ້ຮຽກຮ້ອງວ່າ: ຈົ່ງເອົາຫວຽດນາມ ເປັນແຫຼ່ງບັນດານໃຈ - ປະເທດທີ່ເອົາຊະນະເຊື້ອໄວຣັດ SARS-CoV-2 ໄດ້ຢ່າງສໍາເລັດ”.

ຕາແສງເຊີນໂລຍ, ແຂວງຫວິງຟຸກ ສິ້ນສຸດໄລຍະປະຕິບັດຄໍາສັ່ງປິດລ້ອມ (ພາບ: TTXVN)

ຕາມທ່ານ Vojtěch Filip ແລ້ວ, ຫວຽດນາມ ບັນລຸໄດ້ຜົນສໍາເລັດ ເຊິ່ງຫຼາຍປະເທດພັດທະນາ ບໍ່ສາມາດເຮັດໄດ້. ຫວຽດນາມ ປະກາດວ່າຄວບຄຸມໂລກລະບາດໄດ້ສໍາເລັດແລ້ວ ແລະ ໃນຫຼາຍອາທິດມໍ່ໆມານີ້ ບໍ່ພົບກໍລະນີຕິດແປດໃນຊຸມຊົນຕື່ມອີກ ກໍຄື ໄລ່ມາຮອດປັດຈຸບັນ ຍັງບໍ່ທັນມີຜູ້ໃດເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ. ເພາະສະນັ້ນ, ລັດຖະບານຫວຽດນາມ ຈຶ່ງໄດ້ເລີ່ມຫຼຸດຜ່ອນບັນດາມາດຕະການສຸກເສີນລົງ. ດ້ວຍບັນດາບາດກ້າວເດີນ ແລະ ວິທີເຮັດທີ່ຂ້ຽວຂາດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຂອງຫວຽດນາມ,ທ່ານເຊື້ອໝັ້ນວ່າ ນີ້ຈະແມ່ນບົດຮຽນໃຫ້ ສ.ເຊັກໂກ. ທ່ານກໍຖືວ່າ ປະຊາຄົມຊາວຫວຽດນາມ ຢູ່ ເຊັກໂກ ໄດ້ສວມບົດບາດເປັນແບບຢ່າງໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ປະເທດປະຈໍາຖ່ິນ.

        ນອກຈາກນັ້ນ, ໃນວັນດຽວກັນໜັງສືພິມ  ChosunBiz ຂອງ ສ.ເກົາຫຼີ ກໍໄດ້ລົງບົດຂຽນສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງຫວຽດນາມໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດປະສົບຜົນສໍາເລັດທີ່ສຸດໃນໂລກໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ຄວາມຕັດສິນໃຈຂອງລັດຖະບານຫວຽດນາມໃນໄລຍະປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໄດ້ຮັບຄວາມເຊື່ອໝັ້ນຢ່າງແຮງຈາກບັນດານັກລົງທຶນໃນທົ່ວໂລກ. ເຖິງວ່າ ບໍລິສັດເອເລັກໂຕນິກ Samsung ຕ້ອງຢຸດຕິການເຄື່ອນໄຫວຢູ່ໂຮງງານຫຼາຍແຫ່ງໃນໂລກກໍ່ຕາມ ແຕ່ຍັງຄົງສາມາດສືບຕໍ່ດໍາເນີນການຜະລິດຢູ່ຫວຽດນາມໄດ້.  

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top