ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ:AFP/TTXVN)
ວັນທີ 30 ກັນຍາ, ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອິນເດຍ ພວມຈັດຕັ້ງກອງປະຊຸມຄັ້ງທີ 19 ກ່ຽວກັບກົນໄກປຶກສາຫາລື ແລະ ການຮ່ວມມືໃນບັນດາບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ.
ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດເນື້ອໃນ 5 ຂໍ້ທີ່ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດບັນລຸໄດ້ຢູ່ນະຄອນຫຼວງມົດສະກູ (ປະເທດລັດເຊຍ) ກໍຄືຄົ້ນຄວ້າ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນພື້ນທີ່ຕົວຈິງ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.
(ແຫຼ່ງຄັດຈາກ VOV)