• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ອາເມລິກາ ເນັ້ນໜັກເຖິງ ການເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນ

ທ່ານລັດຖະມົນຕີ ຫວາງອີ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກ ພວມ “ເລີ່ມມີຄວາມສະຖຽນລະພາບ”
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: AFP/TTXVN)

ວັນທີ 26 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ທີ່ພວມມີການຢ້ຽມຢາມ ຈີນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ຫວາງອີ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກ ພວມ “ເລີ່ມມີຄວາມສະຖຽນລະພາບ” ພາຍຫຼັງກອງປະຊຸມສຸດຍອດລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເລິກາ Joe Biden ຢູ່ San Francisco, ອາເມລິກາ ເມື່ອເດືອນ ພະຈິກ 2023. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງນັ້ນ, ບັນດາປັດໄຈຫຍໍ້ທໍ້ໃນການພົວພັນ 2 ຝ່າຍຍັງມີຢູ່ ແລະ ນັບມື້ນັບເພີ່ມຂຶ້ນ. ທ່ານຮຽກຮ້ອງໃຫ້ 2 ປະເທດແກ້ໄຂຄວາມບໍ່ລົງລອຍກັນ, ກໍຄືບັນດາຄວາມສ່ຽງກໍ່ຜົນສະທ້ອນເຖິງການພົວພັນ 2 ຝ່າຍ.

ສ່ວນທ່ານລັດຖະມົນຕີ Antony Blinken ເນັ້ນໜັກວ່າ, ນະໂຍບາຍການຕ່າງປະເທດ “ໂດຍກົງ” ແມ່ນບໍ່ສາມາດປ່ຽນແປງໄດ້ ເພື່ອຮັບປະກັນໃຫ້ 2 ຝ່າຍສາມາດກຳແໜ້ນທັດສະນະຂອງກັນ ສຳລັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ, ຜ່ານນັ້ນ ກໍ່ຊ່ວຍຫຼີກລ້ຽງຄວາມເຂົ້າໃຈຜິດ, ກໍ່ຄືການຄິດໄລ່ທີ່ຜິດພາດໄດ້ສ່ວນໃດສ່ວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ

ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ “ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ”

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານ ເຂດທົ່ງພຽງແມ່ນ້ຳແດງ ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ສະພາ ເພື່ອປະກາດການວາງແຜນຜັງ ເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

Top