• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ຕົ​ວເລກກ່ຽວ​ກັບ​ຄວາມ​ບາດ​ເຈັບ​ລ​ົ້ມ​ຕາຍ​ໄດ້​ເພີ່ມ​ຂຶ້ນ ພາຍຫຼັງ​ເຫດ​ແຜ່ນ​ດີນ​ໄຫວ​ຢູ່ ມ​ຽນ​ມາ ແລະ ໄທ

ຢ່າງໜ້າຍສຸດມີ 5 ຄົນເສຍຊີວິດ ແລະ 117 ຄົນຫາຍສາບສູນ ພາຍຫຼັງກິດຈະກຳຖືກລົ້ມພັງທະລາຍ....
  ພາບປະກອບ  

ຕາມຂ່າວຈາກອຳນາດການປົກຄອງການທະຫານ ມຽໜມາ, ໄລ່ຮອດຕອນເຊົ້າວັນທີ 29 ມີນາ, ເຫດແຜ່ນດິນໄຫວມີຄວາມແຮງ 7.7 ອົງສາຣິກແຕ ຢູ່ Mandalay, ທາງພາກາງ ມຽນມາ ໄດ້ເຮັດໃຫ້ກ່ວາ 1000 ຄົນເສຍຊີວິດ, ເກືອບ 2380 ຄົນຖືກບາດເຈັບ ແລະ 30 ຄົນຖືກຫາຍສາບສູນ. ຮູບແບບຄາດຄະເນຂອງອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ຄາດວ່າ ຈຳນວນຜູ້ຖືກບາດເຈັບລົ້ມຕາຍອາດຈະຜ່ານຕົວເລກ 10.000 ຄົນ. ການລາຍງານໃນເບື້ອງຕົ້ນໃນວັນທີ 28 ມີນາໃຫ້ເຫັນວ່າ: ບັນດາຕຶກອາຄານ, ໂຮງໝໍ, ໂຮງຮຽນ ແລະ ສຳນັກງານເຮັດວຽກລັດຖະບານໄດ້ຖືກເຟເພຢູ່ຫຼາຍລະດັບແຕກຕ່າງກັນ.

  ສ່ວນຢູ່ໄທ, ກຳລັງກູ້ໄພກູ້ຊີບພວມຊ່ວງເສັງກັບການເວລາ ເພື່ອຊາກຫາຜູ້ລອດຕາຍໃນຊາກຫັກພັງຂອງຕືກອາຄານພວມໄດ້ຮັບການກໍ່ສ້າງ ແລະ ຖືກລົມພັງທະລາຍ ຍ້ອນເຫດແຜ່ນດິນໄຫວຢູ່ນະຄອນຫຼວງ ບາງກອກ. ກຳລັງກູ້ໄພກູ້ຊີບໃຫ້ຮູ້ວ້າ, ຢ່າງໜ້າຍສຸດມີ 5 ຄົນເສຍຊີວິດ ແລະ 117 ຄົນຫາຍສາບສູນ ພາຍຫຼັງກິດຈະກຳຖືກລົ້ມພັງທະລາຍ. ທ່ານນາຍົກລັດຖະມົນຕີ ໄທ ນາງ Paetongtarn Shinawatra ໄດ້ໄປຢ້ຽມຢາມສະຖານທີ່ເກີດເຫດ ແລະ ໃຫ້ຮູ້ວ່າ: ສະພາບການຢູ່ ໄທ “ພວມຖືກຫລຸດລົງແລ້ວ” ແລະ ປຊຊ ສາມາດກັບເມືອບ້ານໄດ້. ນັບແຕ່ຕອນເຊົ້າວັນທີ 29 ມີນາ, ລົດໄຟ  BTS ແລະ ລົດໄຟໃຕ້ດິນ MRT ຢູ່ ບາງກອກ ໄດ້ຟື້ນຟູການເຄື່ອໄຫວ ໃນຂະນະທີ່ບັນດາສູນຊື້ຂາຍໄດ້ເປີດປະຕູເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top