ງານບຸນລະດູບານໃໝ່ປີມະເມຍ 2026 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ເຫດການໂດຍສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ຈັດຂຶ້ນ, ເພື່ອຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026) ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ປີມະເມຍ 2026.
ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”. ເຂດວາງສະແດງ “ເຕັດ ຫວຽດ” ທີ່ເປັນມູນເຊື້ອໄດ້ສ້າງຂຶ້ນໂດຍເຂັ້ມຂຸ້ນໄປດ້ວຍສີສັນຊາດ ກໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ງານບຸນລະດູບານໃໝ່ປີມະເມຍ 2026.
ຢູ່ທີ່ນີ້, ຍັງມີເຂດແນະນຳວາງສະແດງສິລະປະແກະຄວັກສະຫຼັກແສງສີ ດ້ວຍຮູບພາບ ປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງ ແລະ ນຳພາພັກກອມມູນິດ ຫວຽດນາມ; ເຂດອາຫານການກິນ; ເຂດແນະນຳວັດທະນະທຳ ຊາ ຫວຽດນາມ; ແນະນຳຊຸດອາພອນປະຈຳເຜົ່າ ຫວຽດນາມ… ງານບຸນໄດ້ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ວັນທີ 06 – 09 ກຸມພາ ຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ, ເລກທີ 2 ຖະໜົນ ຮວາລື, ຮ່າໂນ້ຍ.
ຕອນຄ່ຳວັນດຽວກັນ, ຕະຫຼາດດອກໄມ້ທີ່ເປັນມູນເຊື້ອລະດູບານໃໝ່ປີມະເມຍ 2026 ກໍ່ໄດ້ໄຂຂຶ້ນຢູ່ຖະໜົນ ຮ່າງເລືອກ ແລະ ເຂດແຕ້ມພາບ ຟຸ່ງຮືງ, ຕາແສງ ຮວ່ານກຽມ, ຮ່າໂນ້ຍ. ງານຕະຫຼາດນັດນີ້ໄດ້ຈັດຂຶ້ນແຕ່ວັນທີ 30 ມັງກອນ ຮອດວັນທີ 16 ກຸມພາ.
ແລະກໍ່ໃນວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ຫໍພິພິຕະພັນຊົນເຜົ່າວິທະຍາ ຫວຽດນາມ ກໍ່ໄດ້ຈັດລາຍການ “ຄົ້ນຫາບຸນເຕັດໃນເມື່ອກ່ອນ” ດ້ວຍການເຄື່ອນໄຫວສະແດງ ແລະ ການລະຫຼິ້ນພື້ນເມືອງທີ່ອຸດົມສົມບູນຫຼາກຫຼາຍ, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 05 – 06 ກຸມພາ.







