• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດສົ່ງເຄື່ອງບັນເທົາທຸກ ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ

      ວັນທີ 25 ຕຸລາ, ກົມໃຫຍ່ສະສົມແຫ່ງລັດ ສົມທົບກັບຄະນະບັນຊາການປ້ອງກັນ, ຕ້ານໄພທຳມະຊາດ ແລະ ກູ້ໄພກູ້ຊີບແຂວງເທື່ອທຽນເຫວ້ ຈັດຕັ້ງພິທີ ມອບ-ຮັບ ແລະ ຈັດສົ່ງເຄື່ອງບັນເທົາທຸກ ໃຫ້ບັນດາທ້ອງຖິ່ນ, ປະຊາຊົນພາຍໃນແຂວງ ຮັບໃຊ້ການຮັມມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. 

ພິທີ ມອບ-ຮັບ ແລະ ຈັດສົ່ງເຄື່ອງບັນເທົາທຸກ ໃຫ້ບັນດາທ້ອງຖິ່ນ, ປະຊາຊົນພາຍໃນແຂວງເທື່ອທຽນເຫວ້ ຮັບໃຊ້ການຮັມມື
ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ (ພາບ: TTXVN)
      ທີ່ພິທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ມອບແຜ່ນກັ້ງປລາດສະຕິກ 250 ແຜ່ນ ແລະ ເຄື່ອງກັນຕ່ອງນ້ຳ ໂດຍອົງການຮ່ວມມືສາກົນ ຍີ່ປຸ່ນ; ເຄື່ອງອຸປະກອນສ້ອມແປງເຮືອນ 500 ຊຸດ ແລະ ເຄື່ອງອຸປະກອນໃນເຮືອນຄົວຈຳນວນ 650 ຊຸດ ໂດຍເປັນການຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄລຍະເກີດໄພທຳມະຊາດ ໃຫ້ແກ່ແຂວງເທື່ອທຽນເຫວ້. ກົມໃຫຍ່ສະສົມແຫ່ງຊາດກໍໄດ້ສະໜອງເຄື່ອງອຸປະກອນຕ່າງໆ ເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມໄດ້ຢ່າງທັນການ ແລະ ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ ແລະ ກຽມພ້ອມຮັບມືກັບໄພທຳມະຊາດທີ່ຈະເກີດຂຶ້ນໃນຄັ້ງຕໍໄປ.  
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ

Top