• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດພິທີເລີ່ມເດີນທາງເຂົ້າຮ່ວມ ASIAD 20 ຂອງຄະນະນັກກິລາ ຫວຽດນາມ

ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນທີ່ Aichi-Nagoya (ຍີ່ປຸ່ນ) ແຕ່ວັນທີ 19 ກັນຍາ ຫາ ວັນທີ 04 ຕຸລາ 2026
  ພິທີເລີ່ມເດີນທາງເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 20. (ພາບ: VNA)  

ພິທີ​ເລີ່ມເດີນທາງເຂົ້າຮ່ວມງານມະ​ຫາ​ກຳກິລາ ອາ​ຊີ ຄັ້ງທີ 20 (ASIAD 20) ຂອງຄະນະ​ນັກກິລາ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນບ່າຍຂອງວັນທີ 09 ກັນຍາ ທີ່ຮ່າໂນ້ຍ. ເຂົ້າຮ່ວມເຫດ​ການ​ມີ​ທ່ານ​ນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດ​ນາມ, ຜູ້ນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກົມກິລາ ຫວຽດນາມ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

ງານມະ​ຫາ​ກຳກິລາ ອ​າ​ຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນທີ່ Aichi-Nagoya (ຍີ່ປຸ່ນ) ແຕ່ວັນທີ 19 ກັນຍາ ຫາ ວັນທີ 04 ຕຸລາ 2026, ໂດຍມີນັກກິລາກວ່າ 11.000 ຄົນຈາກ 45 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ຄະນະນັກກິລາ ຫວຽດນາມ ທີ່ເຂົ້າຮ່ວມ ASIAD 20 ລວມ​ມີນັກ​ກິ​ລ​າ 498 ຄົນ.

ເມື່ອມອບໜ້າທີ່ໃຫ້ຄະນະນັກ​ກິລາ ຫວຽດນາມ ເຂົ້າຮ່ວມ ASIAD 20, ທ່ານນາງຮອງນາຍົກລັດຖະມົນຕີ ຟ້າມທິແທງຈ່າ ໄດ້ເນັ້ນໜັກວ່າ:

“ຂ້າພະ​ເຈົ້າ​ໃຫ້​ຄະນະ​ນັກ​ກິລາ​ ຫວຽດນາມ ​ແຂ່ງຂັນ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ບຸກທະລຸ ​ແລະ ​ເອົາ​ຊະນະ​ຕົນ​ເອງ. ສະມາຊິກ​ແຕ່ລະຄົນ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ສູງ​ສຸດ, ສູ້​ຊົນປະ​ຕິ​ບັດ​ສຳ​ເລັດ​​ ແລະ ລືນ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ແຕ່ລະບຸ​ກຄົນລ້ວນແຕ່ເປັນທູດວັດທະນະທຳຢ່າງແທ້ຈິງ, ເຊີດ​ຊູ​ຊາດ, ນັບຖືຕົນເອງ ແລະ ມີ​ຄວາມ​ເອກ​ອ້​າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດຊາດ, ​ຜ່ານນັ້ນ, ປະກອບສ່ວນແຜ່ກະ​ຈາຍຮູບພາບຂອງ​ຊາວ ຫວຽດນາມ ທີ່ເປັນມິດ, ມີ​ພູມ​ປັນ​ຍາ ແລະ ເຊື່ອມ​ໂຍງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top