• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈະບໍ່​ສາ​ມາດ​ມີ​ການ​ແລກ​ປ່ຽນ​ເຂດ​ດິ​ນແດນ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ

ວັນທີ 12 ກຸມພາ, ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ຢັ້ງຢືນວ່າ ເລື່ອງແລກປ່ຽນເຂດດິນແດນລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນສິ່ງທີ່ບໍ່ອາດເກີດຂຶ້ນໄດ້.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ:Reuters)

ທ່ານ Dmitry Peskov ໄດ້ຖະແຫຼງຕໍ່ວົງການນັກຂ່າວ ເມື່ອມີປະຕິກິລິຍາຕໍ່ບົດປາໄສຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ກ່ຽວຂ້ອງເຖິງຄວາມອາດສາມາດປຶກສາຫາລືກ່ຽວກັບການແລກປ່ຽນເຂດດິນແດນຂຶ້ນກັບແຂວງ Kursk, ປັດຈຸບັນ ໂດຍກອງທັບ ຢູແກຼນ ຄວບຄຸມ, ເພື່ອແລກເອົາເຂດດິນອື່ນ, ເຖິງວ່າທ່ານປະທານາທິບໍດີ ຢູແກຼນ ບໍ່ເວົ້າຢ່າງຈະແຈ້ງວ່າເຂດໃດ.

ທ່ານ Dmitry Peskov  ເນັ້ນໜັກວ່າ ລັດເຊຍ ບໍ່ເຄີຍ ແລະ ຈະບໍ່ມີວັນປຶກສາຫາລືກ່ຽວກັບບັນຫາແລກປ່ຽນເຂດດິນແດນຢ່າງເດັດຂາດ; ພ້ອມທັງຖະແຫຼງວ່າ ກຳລັງ ຢູແກຼນ ຈະຖືກຍູ້ຖອຍອອກຈາກແຂວງ Kursk.

ກໍໃນວັນທີ 12 ກຸມພາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov ຖະແຫຼງວ່າ ຢູແກຼນ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ ເພື່ອຢຸດຕິການປະທະກັນ ໃນຂະນະທີ່ທ່ານເດີນທາງໄປຍັງນະຄອນ ບຣຸກແຊັນ (ແບນຊິກ) ເພື່ອເຂົ້າຮ່ວມກອງປະຊຸມຂອງກຸ່ມປະສານງານກ່ຽວກັບບັນຫາປ້ອງກັນຊາດຂອງ ຢູແກຼນ.  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov  ກໍກ່າວຕື່ມວ່າ ພື້ນຖານສັນຕິພາບຍາວນານ ຈະບັນລຸໄດ້ກໍຕໍ່ເມື່ອ ຢູແກຼນ “ມີກຳລັງແຮງໃນສະໜາມຮົບ”. ທ່ານໃຫ້ຮູ້ວ່າ ກອງປະຊຸມຂອງກຸ່ມປະສານງານນີ້ ຈະປຶກສາຫາລືກ່ຽວກັບເລື່ອງສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ໃນປີ 2025, ເພີ່ມທະວີດ້ວຍແຫຼ່ງກຳລັງຂອງເອີຣົບ ແລະ ພັດທະນາຂະແໜງອຸດສາຫະກຳດ້ານປ້ອງກັນຊາດຂອງ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top