• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ສັນ​ຍາ ເຊີ​ແນວ 1954 ຢູ່​ສະ​ວິດ

ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສກົນ ເພື່ອສັນຕິພາບ, ເອກະລາດຊົນຊາດ, ການພັດທະນາ, ການຮ່ວມມື ແລະ ຄວາມກ້າວໜ້າສັງຄົມໃນໂລກ.
ງານວາງສະແດງ “ການສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາ ເຊີແນວ (1954 - 2024) (ພາບ: TTXVN)
ວັນທີ 12 ມິຖຸນາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ເຊີແນວ, ສະວິດ ໄດ້ຈັດງານວາງສະແດງ “ການສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາ ເຊີແນວ (1954 - 2024) ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ”. ກ່າວຄຳເຫັນໄຂເຫດການ, ທ່ານນາງ ຫງຽນມິງຮັ່ງ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ສັນຍາ ເຊີແນວ ແມ່ນໄຊຊະນະບໍ່ພຽງແຕ່ຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດໃນການຕໍ່ສູ້ປົດປ່ອຍຊາດອີກດ້ວຍ. ສັນຍາ ເຊີແນວ ໄດ້ລະດົມກຳລັງໃຈຢ່າງແຮງໃຫ້ແກ່ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດຊົນຊາດ, ເປີດສາກໃຫ້ແກ່ການລົ້ມລະລາຍຂອງລັດທິຫົວເມືອງຂຶ້ນໃນທົ່ວໂລກ. ໂດຍເສີມຂະຫຍາຍຈິດໃຈຂອງ ສັນຍາ, ຫວຽດນາມ ໄດ້ ແລະ ພວມປະຕິບັດຢ່າງມີຄວາມສະເໝີຕົ້ນສະໝີປາຍ ກ່ຽວກັບແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສກົນ ເພື່ອສັນຕິພາບ, ເອກະລາດຊົນຊາດ, ການພັດທະນາ, ການຮ່ວມມື ແລະ ຄວາມກ້າວໜ້າສັງຄົມໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top