• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ລົງ​ທົ່ງ​ນາ​ດ້ອຍ​ເຊີນ 2024

ນີ້ແມ່ນງານບຸນປະເພນີໄດ້ຈັດຂຶ້ນເປັນປະຈຳປີ ເພື່ອແນໃສ່ປຸກລຸກອາລົມຈິດຄວາມຮັກແພງ ສະໜິດຕິດພັນ, ນ້ຳໃຈຮັກມັກການອອກແຮງງານຂອງ ປຊຊ ກັບເຂດດິນແດນຂອງບ້ານເກີດເມືອງນອນ, ສຶກສາມູນເຊື້ອວັດທະນະທຳຂອງຊາດໃຫ້ແກ່ລຸ້ນໜຸ່ມ.
(ພາບ: TTXVN)

ງານບຸນລົງທົ່ງນາດ້ອຍເຊີນ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກຸມພາ ຢູ່ເມືອງຕຽນເຊີນ, ເທດສະບານຕາແສງຢຸຍຕຽນ, ແຂວງຮ່ານາມ. ນີ້ແມ່ນງານບຸນປະເພນີໄດ້ຈັດຂຶ້ນເປັນປະຈຳປີ ເພື່ອແນໃສ່ປຸກລຸກອາລົມຈິດຄວາມຮັກແພງ ສະໜິດຕິດພັນ, ນ້ຳໃຈຮັກມັກການອອກແຮງງານຂອງ ປຊຊ ກັບເຂດດິນແດນຂອງບ້ານເກີດເມືອງນອນ, ສຶກສາມູນເຊື້ອວັດທະນະທຳຂອງຊາດໃຫ້ແກ່ລຸ້ນໜຸ່ມ.

ນອກຈາກພິທີໄດ້ຈັດຂຶ້ນຢ່າງສົມກຽດ, ໃນງານບຸນລົງທົ່ງນາດ້ອຍເຊີນ, ຍັງໄດ້ຈັດບັນດາການເຄື່ອນໄຫວຄື: ແຂ່ງຂັນບານສົ່ງ, ຫຼີ້ນໝາກຮຸກ, ບັນດາການລະຫຼີ້ນພື້ນເມືອງ ພ້ອມກັບການແຂ່ງຂັນແຕ້ມຮູບ, ເຮັດເຂົ້າໜົມໄຢ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ງານວາງສະແດງຜະລິດຕະພັນກະເສດຂອງທ້ອງຖິ່ນອີກດ້ວຍ….

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top