• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ

ພິທີເປີດງານວາງສະແດງດັ່ງກ່າວຈະດຳເນີນໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ.

ພິທີເປີດງານວາງສະແດງດັ່ງກ່າວຈະດຳເນີນໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ.

    

(ພາບປະກອບ: TTXVN)

ງານວາງສະແດງວັດທະນະທຳວັດ, ປະເທດຊາດ ແລະ ຊາວ ຫວຽດນາມ ຢູ່ລາວ ດ້ວຍຊື່ວ່າ “ຄວາມງາມຂອງ ຫວຽດນາມ” ຈະໄຂຂຶ້ນໃນລະຫວ່າງວັນທີ 18 – 21 ກໍລະກົດ, ຢູ່ຫໍວັດທະນະທຳແຫ່ງຊາດ ລາວ, ນະຄອນຫຼວງ ວຽງຈັນ, ປະເທດ ລາວ. ຈຸດປະສົງຂອງເຫດການແມ່ນເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2022), ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022. ຄາດວ່າ, ພິທີເປີດງານວາງສະແດງດັ່ງກ່າວຈະດຳເນີນໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ.

        ງານວາງສະແດງໄດ້ວາງສະແດງບັນດາພາບຖ່າຍ, ວັດຖຸພັນ ທີ່ສະແດງໃຫ້ເຫັນຄຸນຄ່າດີເດັ່ນຂອງວັດທະນະທຳ ຫວຽດນາມ ຄື: ພາບຖ່າຍ 60 ແຜ່ນແນະນຳບັນດາຮູບແບບມໍລະດົກໂລກຢູ່ ຫວຽດນາມ ເຊິ່ງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ຮັບຮອງເອົາ, ໂຄສະນາວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ, ງານບຸນ, ທິວທັດທຳມະຊາດ ຫວຽດນາມ; ພາບຖ່າຍແນະນຳກ່ຽວກັບການພັດທະນາຂອງ ຫວຽດນາມ; ພາບຖ່າຍໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຫວຽດນາມ…

        ຢູ່ແຫ່ງນີ້ຍັງໄດ້ແນະນຳກ່ຽວກັບຜົນງານທາງດ້ານກິລາຂອງ ຫວຽດນາມ ຢູ່ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ເຊິ່ງຫາກໍ່ຈັດຂຶ້ນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top