• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນເຂົ້າເໝົ້າ ຕູ໊ເລະ: ເຊີດຊູຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່່າຜູ້ໄທ

ວັນທີ 22 ກັນຍາ, ງານບຸນເຂົ້າເໝົ້າຕູ໊ເລະ ຖືກຈັດຕັ້ງຂຶ້ນຢູ່ບ້ານເນຶ໊ອກນ໊ອງ, ຕາແສງ ຕູ໊ເລະ, ເມືອງ ວັນເຈິ໊ນ (ແຂວງອຽນບ໊າຍ) ອັນໄດ້ດຶງດູດປະຊາຊົນໃນຕາແສງ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ໃນຂອບເຂດຂອງງານບຸນວັດທະນະທໍາການທ່ອງທ່ຽວເມື່ອງລໍ່ “ຄົ້ນຫາທົ່ງນາຂັ້ນໄດ ໝູ່ກາງຈ໋າຍ ທັດສະນີຍະພາບລະດັບຊາດ ປີ 2019”, ວັນທີ 22 ກັນຍາ, ງານບຸນເຂົ້າເໝົ້າຕູ໊ເລະ ຖືກຈັດຕັ້ງຂຶ້ນຢູ່ບ້ານເນຶ໊ອກນ໊ອງ, ຕາແສງ ຕູ໊ເລະ, ເມືອງ ວັນເຈິ໊ນ (ແຂວງອຽນບ໊າຍ) ອັນໄດ້ດຶງດູດປະຊາຊົນໃນຕາແສງ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ການແຂ່ງຂັນຕໍາເຂົ້າເໝົ້າ (ພາບ: TTXVN)

ການແຂ່ງຂັນຕໍາເຂົ້າເໝົ້າຢູ່ງານບຸນປີນີ້ ມີການເຂົ້າຮ່ວມຂອງ 9 ທິມ ທີ່ມາຈາກ ບ້ານຕ່າງໆໃນຕາແສງຕູ໊ເລະ. ເຂົ້າເໝົ້າຕູ໊ເລະມີກິ່ນຫອມ, ແຊບນັ້ນ ບໍ່ພຽງແຕ່ດິນຟ້າອາກາດຢູ່ແຫ່ງນີ້ໄດ້ອໍານວຍຄວາມສະດວກເທົ່ານັ້ນ, ຫາກຍັງມີທັງຄວາມຮັກ, ຈິດວິນຍານຂອງດິນແດນ ແລະ ປະຊາຊົນແຫ່ງນີ້ອີກດ້ວຍ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ເທວະດາຟ້າແຖນ ທີ່ໄດ້ດົນບັນດານປົກປ້ອງໃຫ້ຄອບຄົວມີລະດູການເກັບກ່ຽວໄດ້ຮັບຜົນດີ, ມີຊີວິດອີ່ມໜໍາສໍາລານສົມບູນພູນສຸກ, ແຕ່ລະປີ, ພໍ່ແມ່ປະຊາຊົນໃນໝູ່ບ້ານແຫ່ງຕ່າງໆຂອງຊາວເຜົ່າຜູ້ໄທຢູ່ຕາແສງ ຕູ໊ເລະ  ລ້ວນແຕ່ຈັດພິທີ “ອວຍພອນເຂົ້າໃໝ່” ກ່ອນທີ່ຈະກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້າ. ພິທີດັ່ງກ່າວຖືກຈັດຂຶ້ນໃນເດືອນ 8 ໄລ່ຕາມຈັນທະປະຕິທິນ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top