• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນອາຫານການກິນສາກົນຄັ້ງທີ 6 ປີ 2018

      ຕອນເຊົ້າວັນທີ 09 ທັນວາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນອາຫານການກິມສາກົນຄັ້ງທີ 6 ປີ 2018. ເຫດການນີ້ແມ່ນໂອກາດເພື່ອໃຫ້ບັນດາສະຖານທູດ, ບັນດາສູນວັດທະນະທຳຕ່າງປະເທດປະຈຳຮ່າໂນ້ຍ ພົບປະແລກປ່ຽນນຳກັນ.

(ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນງວຽດງາ, ປະທານກິຕິມະສັກກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳຮ່າໂນ້ຍ)
            ມີ 130 ຮ້ານອາຫານຂອງບັນດາປະເທດຄື: ຫວຽດນາມ, ລາວ, ກຳປູເຈຍ, ໄທ, ອິນໂດເນເຊຍ, ບຣາຊິນ... ແລະ ບັນດາວິສາຫະກິດຂອງຫຼາຍແຂວງນະຄອນຂອງຫວຽດນາມ ພ້ອມກັນເຂົ້າຮ່ວມ. ຈຸດພິເສດທີ່ງານບຸນຄັ້ງນີ້ແມ່ນແຕ່ລະປະເທດຈະເຮັດບັນດາເຍື່ອງອາຫານຂອງປະເທດທີ່ຕາງໜ້າໃຫ້ບັນດາພື້ນຖານຂອງປະເທດຕົນ ແລະ ບັນດາເຍື່ອງອາຫານນັ້ນໂດຍບັນດາພາລະກອນສະຖານທູດເຮັດເອງເພື່ອແນະນຳເຖິງແຂກເຂົ້າຮ່ວມ. ນອກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຫົວໜ່ວຍເຂົ້າຮ່ວມ ພ້ອມກັນຮ່ວມແຮງຮ່ວມໃຈເພື່ອການກຸ້ສົນຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນງວຽດງາ, ປະທານກິຕິມະສັກກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳຮ່າໂນ້ຍ, ໃຫ້ຮູ້ວ່າ.
        “ຫວນຄືນໄລຍະ 5 ປີຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບງານບຸນອາຫານການກິນສາກົນ ດ້ວຍການເຂົ້ົ້າຮ່ວມຂອງທັງ 3 ເຂດພາກຂອງປະເທດຫວຽດນາມ. ໃນປີ 2014 ຈຳນວນຮ້ານອາຫານທີ່ເຂົ້າຮ່ວມມີພຽງ 54 ຮ້ານເທົ່ານັ້ນ. ຮອດປີ 2018 ນີ້, ຈຳນວນຮ້ານອາຫານເຂົ້າຮ່ວມແມ່ນຂຶ້ນເຖິງ 130 ຮ້ານຂອງບັນດາສະຖານທູດ ແລະ ບັນດາແຂວງ ແລະ ວິສາຫະກິດ. ງານບຸນຄັ້ງນີ້ມີຄວາມໝາຍກວ່າເມື່ອພວກເຮົາຮ່ວມເດີນທາງເຂົ້າຮ່ວມການໃຈບຸນໃຈກຸ້ຊົນໃຫ້ບັນດາເດັກພິການ, ເດັກກຳພ້າ, ບັນດາຜູ້ເຖົ້າຜູ້ແກ່…”
        ຜ່ານງານບຸນອາຫານການກິນ 5 ຄັ້ງ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ເຂົ້າຮ່ວມການກຸ້ສົນໄດ້ບໍລິຈາກຈຳນວນເງິນກວ່າ 1,8 ຕື້ດົ່ງ ເພື່ອມອບໃຫ້ຄົນພິການ, ເດັກກຳພ້າ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ຄາດວ່າ, ຈຳນວນເງິນກຸ້ຊົນປີນີ້ຈະສົ່ງເຖິງບັນດາເດັກນ້ອຍຢູ່ເຂດພູສູງ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top