• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ກ່ຳ​ປັ່ນ​ຕຳຫຼວດລຳ​ຕ່າງໆ ກຽມ​ພ້ອມ​ປະ​ຈຳ​ການ​ຢູ່​ເຂດ​ທະ​ເລ​ຕ່າງໆ

ເຖິງວ່າເງື່ອນໄຂອາກາດຢູ່ທະເລມີການປ່ຽນແປງບໍ່ເປັນປົກກະຕິກໍຕາມ, ແຕ່ພະນັກງານ, ນັກຮົບທຸກຄົນ ລ້ວນແຕ່ມີສຸຂະພາບເຂັ້ມແຂງ, ມີແນວຄິດອູນອຽນທຸ່ນທ່ຽງ, ກຽມພ້ອມປະຈຳການຢູ່ທຸກເຂດທະເລ.
ການກວດກາ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ກອງບັນຊາການ ແລະ ໃນກ່ຳປັ່ນລຳຕ່າງໆທີ່ປະຈຳການຍາມບຸນເຕັດຢູ່ທຸກເຂດທະເລ, ໝູ່ເກາະດ້ວຍຮູບແບບທາງໄກ (ພາບ: VOV)

ຕອນຄ່ຳວັນທີ 9 ກຸມພາ, ໃນຈຸດເວລາສຸດທ້າຍຂອງປີແມວ (ປີເຖາະ), ກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ກວດກາຄວາມພ້ອມຕໍ່ສູ້, ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ກອງບັນຊາການ ແລະ ໃນກ່ຳປັ່ນລຳຕ່າງໆທີ່ປະຈຳການຍາມບຸນເຕັດຢູ່ທຸກເຂດທະເລ, ໝູ່ເກາະດ້ວຍຮູບແບບທາງໄກ.

ລາຍງານສະພາບການປະຕິບັດໜ້າທີ່ກ່ອນບຸນປີໃໝ່ປະຈຳຊາດມາຮອດປັດຈຸບັນ, ຜູ້ບັນຊາການກ່ຳປັ່ນລຳຕ່າງໆທີ່ພວມປະຕິບັດໜ້າທີ່ນັ້ນ ຕາງກໍຍົກສູງຄວາມຕັດສິນໃຈ, ນ້ຳໃຈຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ເຊິ່ງຕົນໄດ້ຮັບການມອບໝາຍ. ເຖິງວ່າເງື່ອນໄຂອາກາດຢູ່ທະເລມີການປ່ຽນແປງບໍ່ເປັນປົກກະຕິກໍຕາມ, ແຕ່ພະນັກງານ, ນັກຮົບທຸກຄົນ ລ້ວນແຕ່ມີສຸຂະພາບເຂັ້ມແຂງ, ມີແນວຄິດອູນອຽນທຸ່ນທ່ຽງ, ກຽມພ້ອມປະຈຳການຢູ່ທຸກເຂດທະເລ.

ກ່ອນໜ້ານັ້ນ, ກອງບັນຊາການຕຳຫຼວດທະເລ ກໍ່ໄດ້ຈັດລາຍການພົບປະແລກປ່ຽນ, ອວຍພອນປີໃໝ່ພະນັກງານ, ນັກຮົບທີ່ພວມປະຈຳການຢູ່ສຳນັກງານກອງບັນຊາການ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top