ວັນທີ 24 ຕຸລາ, ກອງບັນຊາການນະຄອນໂຮ່ຈີມິນ ໄດ້ແຈ້ງຂໍ້ມູນອັດເດັດກ່ຽວກັບວຽກງານຄົ້ນພົບ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາທະລະນະ ເລທິຣຽງ.
ໝາກຜົນຄົ້ນພົບວ່າ, ວັນທີ 24 ຕຸລາ ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ 10 ຊຸດໃນນັ້ນມີ 3 ຊຸດມີວັດຖຸອະນຸສອນຕິດຄັດໄປນຳ. ນັບແຕ່ວັນທີ 15 ຕຸລາ ຫາວັນທີ 24 ຕຸລາ, ກຳລັງຄົ້ນຫາໄດ້ພົບເຫັນ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 101 ຊຸດ, 25 ຊຸດມີວັດຖຸອະນຸສອນຕິດພິອມ. ກ່ອນໜ້ານັ້ນ, ແຕ່ວັນທີ 23 ມິຖຸນາ ຫາວັນທີ 14 ຕຸລາ, ມີ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ຊຸດ ໄດ້ພົບເຫັນຢູ່ສວນສາທາສາລະນະເລທິຣຽງ ແລະ ໄດ້ຈັດພິທີໄຫວ້ອາໄລ, ບົ່ງອັດຖິ. ມາຮອດປັດຈຸບັນ, ກຳລັງໄດ້ພົບເຫັນ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ລວມທັງໝົດ 799 ຊຸດ.






