ຂ່າວສານ

ຄົ້ນພົບ​ເຫັນ​ອັດຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ

ວັນ​ທີ 24 ຕຸ​ລາ, ກອງ​ບັນ​ຊາ​ການ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ແຈ້ງ​ຂໍ້​ມູນ​ອັດ​ເດັດ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ພົບ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທ​າ​ທະ​ລະ​ນະ ເລ​ທິ​ຣຽງ.
  ເຈົ້າ​ໜ້າ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ວັນ​ທີ 24 ຕຸ​ລາ (ພາບ: VNA)  

ວັນ​ທີ 24 ຕຸ​ລາ, ກອງ​ບັນ​ຊາ​ການ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ແຈ້ງ​ຂໍ້​ມູນ​ອັດ​ເດັດ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ພົບ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສາ​ທ​າ​ທະ​ລະ​ນະ ເລ​ທິ​ຣຽງ.

ໝາກ​ຜົນ​ຄົ້ນ​ພົບວ່າ, ວັນ​ທີ 24 ຕຸ​ລາ ໄດ້​ພົບ​ເຫັນ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຕື່ມ​ອີກ 10 ຊຸດ​ໃນ​ນັ້ນ​ມີ 3 ຊຸດ​ມີ​ວັດ​ຖຸອະ​ນຸ​ສອນ​ຕິດ​ຄັດ​ໄປ​ນຳ. ນັ​ບ​ແຕ່​ວັນ​ທີ 15 ຕຸ​ລາ ຫາ​ວັນ​ທີ 24 ຕຸ​ລາ, ກຳ​ລັງ​ຄົ້ນ​ຫາ​ໄດ້​ພົບ​ເຫັນ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 101 ຊຸດ, 25 ຊຸດ​ມີ​ວັດ​ຖຸອະ​ນຸ​ສອນ​ຕິດພິອມ. ກ່ອນ​ໜ້າ​ນັ້ນ, ແຕ່​ວັນ​ທີ 23 ມິ​ຖຸ​ນາ ຫາ​ວັນ​ທີ 14 ຕຸ​ລາ, ມີ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 731 ຊຸດ ໄດ້​ພົບ​ເຫັນ​ຢູ່​ສວນ​ສາ​ທາ​ສ​າ​ລະ​ນະ​ເລ​ທິ​ຣຽງ ແລະ ໄດ້​ຈັດ​ພິ​ທີ​ໄຫວ້​ອາ​ໄລ, ບົ່ງ​ອັດຖິ. ມາ​ຮອດ​ປັດ​ຈຸ​ບັນ, ກຳ​ລັງ​ໄດ້​ພົບ​ເຫັນ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ລວມ​ທັງ​ໝົດ 799 ຊຸດ.


top