• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດຄະເນໃນປີນີ້, ການເຕີບໂຕເສດຖະກິດຂອງ ຫວຽດນາມ ບັນລຸລະດັບກ່ວາ 6%

ເຫດການນອນໃນຂອບເຂດໂຄງການປະຕິຮູບເສດຖະກິດມະຫາພາກ/ ການເຕີບໂຕສີຂຽວ ໂດຍກະຊວງຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນ ເຢຍລະມັນ ເປັນຜູ້ອຸປະຖຳ.
ພາບປະກອບ

ແງ່ຫວັງການເຕີບໂຕເສດຖະກິດ GDP ຂອງ ຫວຽດນາມ ປີ 2024 ອາດຈະບັນລຸລະດັບແຕ່ 6,13 – 6,48%. ນີ້ແມ່ນການຄາດຄະເນໃນບົດລາຍງານຄົ້ນຄ້ວາທີ່ໄດ້ຍົກອອກມາທີ່ກອງປະຊຸມສຳມະນາ “ເສດຖະກິດ ຫວຽດນາມ ປີ 2023 ແລະ ແງ່ຫວັງ ປີ 2024: ປະຕິຮູບເພື່ອເພີ່ມຄວາມໄວໃນການຟື້ນຟູການເຕີບໂຕ”, ໂດຍສະຖາບັນຄຸ້ມຄອງເສດຖະກິດສູນກາງສົມທົບກັບອົງການຮ່ວມມືສາກົນ ເຢຍລະມັນ (GIZ) ຈັດຂຶ້ນໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ. ເຫດການນອນໃນຂອບເຂດໂຄງການປະຕິຮູບເສດຖະກິດມະຫາພາກ/ ການເຕີບໂຕສີຂຽວ ໂດຍກະຊວງຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນ ເຢຍລະມັນ ເປັນຜູ້ອຸປະຖຳ.

ບົດລາຍງານຄົ້ນຄ້ວາຂອງສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງໄດ້ສະແດງໃຫ້ເຫັນວ່າ ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງເສດຖະກິດສາກົນ ແລະ ພາຍໃນປະເທດ, ເສດຖະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນແຈ້ງທ່າຟື້ນຟູການເຕີບໂຕ ຈະແຈ້ງພໍສົມຄວນໃນຊຸມເດືອນທ້າຍປີ 2023. ທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ, ໃຫ້ຮູ້ວ່າ:

“ປີ 2024, ພວກຂ້າພະເຈົ້າໄດ້ສ້າງ 2 ແຜນການເຕີບໂຕ GDP ໂດຍລະອຽດ: ອາດຈະຢູ່ໃນລະດັບປະມານ 6,13% ໃນແຜນທຳມະດາ, ຖ້າຫາກດີກ່ວານັ້ນ, ອາດຈະແມ່ນເກືອບ 6,5%. ກ່ຽວກັບການເຕີບໂຕໃນການສົ່ງອອກປີນີ້, ເບິ່ງລວມແລ້ວອາດຈະແມ່ນລະດັບບວກ ແລະ ພວກຂ້າພະເຈົ້າຫວັງວ່າ ດຸ່ນການຄ້າຈະແມ່ນສ່ວນເກີນ, ແຕ່ສ່ວນມູນຄ່າເກີນນີ້ອາດຈະບໍ່ຫຼາຍຄືໃນປີ 2023”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top