• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂ​ກອງປະ​ຊຸມ​ຄັ້ງ​ທີ 15 ໃນວັນ​ທີ 12 ກັນ​ຍາ

ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາຫົວເລື່ອງຂອງສະພາແຫ່ງຊາດ “ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູນເຟືອຍ ໃນໄລຍະ 2016 - 2021”.
  ກອງປະຊຸມຄັ້ງທີ 14 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: nhandan.vn)  

ຕາມແຫລ່ງຂ່າວຈາກຫ້ອງວ່າການສະພາແຫ່ງຊາດ, ຄາດວ່າ, ກອງປະຊຸມຄັ້ງທີ 15 ຂອງ ຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນໃນວັນທີ 12 ກັນຍາ ແລະ ອັດລົງໃນວັນທີ 15 ກັນຍາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ປ່ຽນກັນບໍລິຫານເນື້ອໃນກອງປະຊຸມ.

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນສຳຄັນ. ຄະນະປະຈຳສະພາແຫ່ງຊາດ ດຳເນີນການຕິດຕາມກວດກາຫົວເລື່ອງ: “ການປະຕິບັດບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງໃນໄລຍະ 2019 - 2021”, ການປະຕິບັດກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ແກ້ໄຂຄວາມຮ້ອງຟ້ອງ, ຮ້ອງທຸກນັບແຕ່ວັນທີ 1 ກໍລະກົດ 2016 ຫາວັນທີ 1 ກໍລະກົດ ປີ 2021”. ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາຫົວເລື່ອງຂອງສະພາແຫ່ງຊາດ “ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູນເຟືອຍ ໃນໄລຍະ 2016 - 2021”.

ແລະກໍ່ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ບັນດາບົດລາຍງານປະຈຳປີ, ປະກອບຄຳເຫັນໃສ່ບົດລາຍງານປະຕິບັດວຽກງານຂອງປີ 2022 ແລະ ແຜນການກວດສອບໃນປີ 2023 ຂອງ ອົງການກວດສອບແຫ່ງລັດ.

(ແຫຼ່່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top