• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ນັກ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ເດີນ​ທາງ​​ເຂົ້າ​ຮ່ວມ ອາ​ຊຽນ PARA Games 12

ອາຊຽນ PARA Games 12 ປີນີ້ ຖືກຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທກຳປູເຈຍ ແຕ່ວັນທີ 3 – 9 ມິຖຸນາ ດ້ວຍນັກກິລາຫຼາຍກວ່າ 2.600 ຄົນ ທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ.
ພິທີສົ່ງຄະນະນັກກິລາຄົນພິການ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ທ່ານນາງ ເລທິຮວ່າງອຽນ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ມອບດອກໄມ້ ແລະ ນຳສົ່ງຄະນະນັກກິລາຄົນພິການ ຫວຽດນາມ ເດີນທາງໄປຍັງປະເທດ ກຳປູເຈຍ ເພື່ອເຂົ້າຮ່ວມງານມະຫາກຳກິລາ ອາຊຽນ PARA Games 12 .

        ອາຊຽນ PARA Games 12 ປີນີ້ ຖືກຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທກຳປູເຈຍ ແຕ່ວັນທີ 3 – 9 ມິຖຸນາ ດ້ວຍນັກກິລາຫຼາຍກວ່າ 2.600 ຄົນ ທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ. ຄະນະນັກກິລາຄົນພິການ ຫວຽດນາມ ມີສະມາຊິກ 164 ຄົນ ໃນນັ້ນ, ມີນັກກິລາ 122 ຄົນ ເຂົ້າຮ່ວມ. ຄາດໝາຍຂອງ ຫວຽດນາມ ແມ່ນຄວ້າໄດ້ຫຼຽນຄຳ ແຕ່ 50 – 55 ຫຼຽນ; ແລະ ເປັນ 1 ໃນ 4 ປະເທດນຳໜ້າໃນຕາຕະລາງຈັດອັນດັບຫຼຽນທົ່ວຄະນະນັກກິລາ, ເທົ່າກັບຜົນງານທີ່ຄະນະບັນລຸໄດ້ໃນ ອາຊຽນ PARA Games 11.

 

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top