• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ທູ​ຕາ​ນູ​ທ​ູດ ຫວຽດ​ນາມ ປະ​ຈຳຫຼາຍ​ປະ​ເທດ​ອາ​ໄລ​ຫາ​ການ​ນຳ​ລາວ ທ່ານ​ຄຳ​ໄຕ ສີ​ພັນ​ດອນ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນຳໜ້າຄະນະພະນັກງານບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປສະແດງຄວາມເສົ້າສະຫຼົດໃຈ, ວາງພວງມາລາ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຂ້ຽນປຶ້ມໄວ້ອາໄລທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ

ວັນທີ 3 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນຳໜ້າຄະນະພະນັກງານບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປສະແດງຄວາມເສົ້າສະຫຼົດໃຈ, ວາງພວງມາລາ ແລະ ຂ້ຽນປຶ້ມໄວ້ອາໄລທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດ ນາຍົກລັດຖະມົນຕີ ສປປ.ລາວ ຢູ່ສຳນັກງານຄະນະຜູ້ຕາງໜ້າລາວ ປະຈຳ ສປຊ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າຫວຽດນາມປະຈຳ ເຊີແນວ ໂດຍທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ນຳໜ້າໄດ້ໄປວາງພວງມາລາອາໄລຫາທ່ານ ຄຳໄຕສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດ ນາຍົກລັດຖະມົນຕີ ສປປ.ລາວ ຢູ່ນັກງານຄະນະຜູ້ຕາງໜ້າລາວ ປະຈຳ ເຊີແນວ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ໄທໂດຍທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮູ່ງ ນຳໜ້າຄະນະກໍ່ໄດ້ໄປວາງພວງມາລາ, ອາໄລຫາການນຳລາວທ່ານ ຄຳໄຕ ສີພັນດອນຢູ່ ສະຖານທູດ ລາວ ປະຈຳ ບັງກອກ, ໄທ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top