• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ເຮັດ​ວຽກ​ຢູ່​ແຂວງ ຮຶງ​ອຽນ

ວັນທີ 1 ພະຈິກ, ຄະນະປະຕິບັດງານ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮຶງອຽນ.
ທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ທີ່ການເຮັດວຽກ ກັບການນຳແຂວງ ຮຶງອຽນ, ທ່ານນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ແຂວງຮຶງອຽນ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນໄລຍະແຫ່ງການພັດທະນາເສດຖະກິດ - ສັງຄົມ, ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ. ທ່ານນາງ ບຸດສະດີ ທະນະເມືອງ ໄດ້ເນັ້ນໜັກວ່າ ບັນດາໝາກຜົນທີ່ເປັນໜ້າປະທັບໃຈຂອງແຂວງໃນການກໍ່ສ້າງຊົນນະບົດໃໝ່, ການດຶງດູດບັນດານັກລົງທຶນຕ່າງປະເທດ ຈະແມ່ນບົດຮຽນປະສົບການອັນລ້ຳຄ່າເພື່ອໃຫ້ບັນດາທ້ອງຖິ່ນຂອງ ລາວ ອາດຈະຮ່ຳຮຽນຕາມ ແລະ ພ້ອມກັນຮ່ວມມືພັດທະນາ. ທ່ານນາງ ບຸດສະດີ ທະນະເມືອງ ຫວັງວ່າ ໃນໄລຍະຈະມາເຖິງ, ແຂວງ ຮຶງອຽນ ຈະສືບຕໍ່ມີບັນດາການເຄື່ອນໄຫວອັນແທດຈິງ ເພື່ອແນໃສ່ແລກປ່ຽນ, ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນທຸກຂົງເຂດເພື່ອເຮັດໃຫ້ສາຍພົວພັນ ນ້ຳໃຈຄວາມສາມັກຄີລະຫວ່າງສອງຊາດ, ສອງປະເທດ ຫວຽດນາມ - ລາວ ອຸດົມສົມບູນກ່ວາເກົ່າ. ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຝູກື, ແຂວງ ຮຶງອຽນ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top