ວັນທີ 31 ພຶດສະພາ, ຄະນະປະຕິບັດງານຂອງກຳມາທິການສະພາແຫ່ງຊາດ ຫວຽດນາມ ໄດ້ເຮັດວຽກກັບນະຄອນ ດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍເຂດການຄ້າເສລີ, ກົນໄກ, ນະໂດຍບາຍໃຫ້ແກ່ສູນການເງິນສາກົນ. ເຂົ້າຮ່ວມການເຮັດວຽກມີທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຈິດໃຈເປັນເຈົ້າການ ແລະ ຄວາມຕັດສິນໃຈດ້ານການເມືອງຂອງນະຄອນ ດ່ານັ້ງ ໃນການສ້າງສູນການເງິນສາກົນ ແລະ ເຂດການຄ້າເສລີ. ທ່ານຖືວ່າ, ໃນໄລຍະຍາວ, ຕ້ອງສ້າງກົດໝາຍວ່າດ້ວຍເຂດການຄ້າເສລີເພື່ອເປັນກອບນິຕິກຳເປັນເອກະພາບ; ທ່ານສະເໜີໃຫ້ກຳມາທິການເສດຖະກິດ ແລະ ການເງິນ ສືບຕໍ່ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອສ້າງເອກະສານສະເໜີລະອຽດໃຫ້ສົບບູນແບບ, ພ້ອມກັນນັ້ນ, ສົ່ງເສີມ ດ່ານັ້ງ ຜັນຂະຫຍາຍທົດລອງບົນພື້ນຖານບັນດານະໂຍບາຍທີ່ມີຢູ່ແລ້ວ, ເປີດເຜີຍຂໍ້ມູນການວາງແຜນຜັງເພື່ອດຶງດູດນັກລົງທຶນຍຸດທະສາດ.
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຄະນະປະຈຳສະພາແຫ່ງຊາດໄດ້ໄປກວດກາບັນດາສະຖານທີ່ຄາດວ່າຈະກໍ່ສ້າງສູນການເງິນສາກົນແລະ ເຂດການຄ້າເສລີ ດ່ານັ້ງ.
ໃນຕອນຄ່ຳວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ກໍ່ໄດ້ເຂົ້າຮ່ວມພິທີໄຂງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2025 ດ້ວຍຫົວຂໍ້ “ດ່ານັ້ງ - ສັງກາດໃໝ່” (Danang - The New Rising Era). ຄ່ຳຄືນໄຂງານບຸນໄດ້ເປີດສາກໃຫ້ 6 ຄ່ຳຄືນສະແດງການຍິງບັ້ງໄຟດອກຈັດຂຶ້ນແຕ່ວັນທີ 21 ພຶດສະພາ ຮອດວັນທີ 12 ກໍລະກົດ, ອັນໄດ້ສ້າງຂີດໝາຍງານບຸນຍາວ ແລະ ມີຂອບຂະໜາດໃຫຍ່ທີ່ສຸດໃນຕະຫຼອດ 15 ປີແຫ່ງປະຫວັດສາດແຫ່ງການຈັດງານບຸນດັ່ງກ່າວ.







