• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການ CRC ຕີລາຄາສູງການໂອ້ລົມສົນທະນາ ແລະ ມາດຕະການປະຕິບັດຂອງ ຫວຽດນາມ ໃນຂົງເຂດສິດທິຂອງເດັກ

ຄະນະກຳມະການ CRC ໄດ້ຕີລາຄາສູງວິວັດການກະກຽມຢ່າງເຂັ້ມງວດຂອງ ຫວຽດນາມ ຕໍ່ບົດລາຍງານແຫ່ງຊາດປະຈຳປີເທື່ອທີ 5 ແລະ ທີ 6 ກ່ຽວກັບສະພາບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດ ແລະ ສິດທິຂອງເດັກ
  ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ (ພາບປະກອບ: TTXVN)  

ໃນຂອບເຂດກອງປະຊຸມຄັ້ງທີ 91 ຄະນະກຳມະການສິດທິຂອງເດັກຂອງສະຫະປະຊາຊາດ (CRC), ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ, ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຈລະຈາກັບຄະນະກຳມະການ CRC ກ່ຽວກັບສະພາບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບສິດທິຂອງເດັກຢູ່ ຫວຽດນາມ ໃນວັນທີ 12 – 13 ກັນຍາ, ຢູ່ສະວິດ.

ທີ່ກອງປະຊຸມຄັ້ງນີ້, ຄະນະກຳມະການ CRC ໄດ້ຕີລາຄາສູງວິວັດການກະກຽມຢ່າງເຂັ້ມງວດຂອງ ຫວຽດນາມ ຕໍ່ບົດລາຍງານແຫ່ງຊາດປະຈຳປີເທື່ອທີ 5 ແລະ ທີ 6 ກ່ຽວກັບສະພາບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດ ແລະ ສິດທິຂອງເດັກ ແລະ ບົດລາຍງານຄຳຕອບບັນດາເນື້ອໃນທີ່ຄະນະກຳມະການ CRC ມີຄວາມສົນໃຈ. ບັນດາສະມາຊິກຂອງຄະນະກຳມະການ CRC ລ້ວນແຕ່ຊົມເຊີຍຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການສ້າງກົດໝາຍ, ສ້າງນະໂຍບາຍ ກໍຄືບັນດາມາດຕະການປະຕິບັດຂອງ ຫວຽດນາມ ໃນຂົງເຂດສິດທິຂອງເດັກ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກໄດ້ເຊັນ ແລະ ໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວໃນປີ 1990.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top