• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ ໄທ - ກຳ​ປູ​ເຈຍ: ອາ​ຊຽນ ລົງ​ມື​ແກ້​ໄຂ, ໄທ ຊ້ອມ​ຮົບ​ຍົກ​ຍ້າຍ​ປະ​ຊາ​ຊົນ

ຕອນບ່າຍວັນທີ 6 ມິຖຸນາ, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ ໄດ້ມີການປຶກສາຫາລືແບບທາງໄກໂດຍດ່ວນກັບທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກ່ຽວກັບການຂັດແຍ້ງກັນຢູ່ເຂດຊາຍແດນ ເຊິ່ງພວມເກີດຂຶ້ນລະຫວ່າງ ໄທ ແລະ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ປຶກສາຫາລືແບບທາງໄກກັບ ນາຍົກລັດຖະມົນຕີ ໄທ ແລະ ກຳປູເຈຍ ໃນວັນທີ 6 ມິຖຸນາ (ພາບ: ສື່ສັງຄົມອອນໄລສ່ວນຕົວຂອງທ່ານ Anwar Ibrahim)

ການປຶກສາຫາລືໄດ້ດຳເນີນໃນຈຸດເວລາຈັດກອງປະຊຸມສຳຄັນຂອງຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ - ໄທ (JBC) ໃນກາງເດືອນນີ້. ເມື່ອແບ່ງປັນໃບຜ່ານສື່ສັງຄົມອອນໄລສ່ວນຕົວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຮຽກຮ້ອງໃຫ້ສອງຝ່າຍສືບຕໍ່ລະງັບໃຈ, ປະຕິບັດບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ມຸ່ງໄປເຖິງມາດຕະການສັນຕິພາບ ແລະ ຮອບດ້ານ. ທ່ານກໍສະແດງຄວາມເຊື່ອວ່າ ນ້ຳໃຈຮວມມືໃນພາກພື້ນ ແລະ ບັນດາຫຼັກການແກ້ໄຂການຂັດແຍ້ງສັນຕິພາບຂອງ ອາຊຽນ ຈະສວມບົດບາດເປັນພື້ນຖານອັນໝັ້ນແກ່ນ ໃນການແກ້ໄນຂຄວາມຂັດແຍ້ງກັນ. ສວ່ນທ່ານນາຍົກລັດຖະມົນຕີໄທ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ໄທ ກ່ຽວກັບມາດຕະການສັນຕິພາບໂດຍຜ່ານບັນດາກົນໄກສອງຝ່າຍທີ່ພວມມີຢູ່, ພ້ອມທັງເດັດດ່ຽວປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຕາມບັນດາຂໍ້ກຳນົດກົດໝາຍນສາກົນ.

ໃນຂະນະນັ້ນ, ກົມຄຸ້ມຄອງການປົກຄອງແຂວງ ຂຶ້ນກັບກະຊວງພາຍໃນ ໄທ ໄດ້ຢັ້ງຢືນວ່າ ປະເທດນີ້ພວມດຳເນີນການຊ້ອມຮົບຍົກຍ້າຍປະຊາຊົນຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍ ເພື່ອແນໃສ່ກະກຽມໃຫ້ແກ່ກໍລະນີສຸກເສີນ.

(ແຫຼ່ງຄັດຈາກ VOV)

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ກວາງ​ນາມ ປີ 2025

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ກວາງ​ນາມ ປີ 2025

ເຫດການເພື່ອແນໃສ່ສ້າງບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດມາ ກວາງນາມ ໃນປີ 2025 ແລະ ຊຸມປີຕໍ່ໄປ.

Top